ຈີນຍຶດໂຄເຄນໄດ້ເຖິງ 1,3 ໂຕນ ຫລາຍເປັນປະຫວັດສາດ
ເຈົ້າໜ້າທີ່ຈີນກ່າວວ່າ: ຕຳຫລວດຍຶດໂຄເຄນໄດ້ 1,3 ໂຕນທີ່ສົ່ງມາຈາກອາເມລິກາໃຕ້ ຖືເປັນການຍຶດຢາເສບຕິດປະເພດໂຄເຄນໄດ້ຄັ້ງໃຫຍ່ທີ່ສຸດ.
ສຳນັກງານຄວາມໝັ້ນຄົງສາທາລະນະໃນແຂວງກວາງຕຸ້ງລາຍງານວ່າ: ຕຳຫລວດຢູ່ເມືອງເສິນເຈີ້ນ ທາງພາກໃຕ້ ຄວບຄຸມຜູ້ຕ້ອງສົງໄສໄດ້ 10 ຄົນ ສ່ວນຫລາຍມາຈາກຮົງກົງ ພາຍຫລັງການສອບສວນມາແຕ່ເດືອນກໍລະກົດ 2017. ຖະແຫລງການຈີນລະບຸວ່າ: ຄັ້ງນີ້ເປັນການຍຶດໂຄເຄນໄດ້ຄັ້ງໃຫຍ່ທີ່ສຸດຂອງຈີນ. ສຳນັກຂ່າວຊິນຮົວຂອງທາງການລາຍງານວ່າ: ໂຄເຄນທີ່ຍຶດມາໄດ້ມີມູນຄ່າໃນຕະຫລາດປະມານ 1.000 ລ້ານຢວນ ຫລັງໄດ້ຮັບການຈັດສົ່ງຈາກປະເທດໃນອາເມລິກາໃຕ້ມາທ່າເຮືອຊານເວ່ຍໃນແຂວງກວາງຕຸ້ງ. ຖະແຫລງການຕຳຫລວດຈີນບໍ່ໄດ້ລະບຸວ່າໂຄເຄນມີເປົ້າໝາຍຂົນສົ່ງມາຕະຫລາດຈີນ ຫລື ປະເທດອື່ນ, ແຕ່ການໃຊ້ໂຄເຄນໃນຈີນຖືວ່າໜ້ອຍ ເມື່ອທຽບໃສ່ຢາເສບຕິດຊະນິດອື່ນໆ.