ລະບົບປະຕູດຽວຈະດຶງການລົງທຶນໄດ້ແນວໃດ
ຜ່ານມາຫຼາຍສຳນັກງານກໍເປີດບໍລິການຜ່ານປະຕູດຽວ ເພື່ອຄວາມວອງໄວແລະໂປ່ງໃສ ສະດວກແລະເປັນບໍລິການທີ່ດີ. ຫຼ້າສຸດເມື່ອວັນທີ25ເມສານີ້,ກະຊວງແຜນການແລະການລົງທຶນກໍ່ເປີດບໍລິການຜ່ານປະຕູດຽວເຊັ່ນກັນ,ແຕ່ໃນຄວາມເປັນຈິງບາງສຳນັກງານທີ່ເປີດບໍລິການປະຕູດຽວແລ້ວ ກໍຍັງເຮັດບໍລິການຕ່າງໆຊັກຊ້າຢູ່ ຍ້ອນບໍ່ທັນປ່ຽນພຶດຕິກຳຜູ້ເຮັດບໍລິການຜ່ານປະຕູດຽວ.
ແນວໃດກໍ່ຕາມ,ການເປີດຫ້ອງບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ທີ່ກະຊວງແຜນການແລະການລົງທຶນ ກໍ່ໝັ້ນໃຈວ່າ.ຄະນະກຳມະການສົ່ງເສີມແລະຄຸ້ມຄອງການລົງທຶນຂັ້ນສູນກາງ ຈະເພີ່ມທະວີ ຄວາມຮັບຜິດຊອບຂອງຕົນເຂົ້າໃນວຽກງານສົ່ງເສີມແລະຄຸ້ມຄອງການລົງທຶນ ຮັບປະກັນໃຫ້ການດຳເນີນທຸລະກິດຢູ່ສປປລາວໃຫ້ມີຄວາມສະດວກ,ວ່ອງໄວ,ໂປ່ງໃສ,ຍຸດຕິທຳແລະຖືກຕ້ອງຕາມກົດໝາຍ.
ຫ້ອງການບໍລິການ ການລົງທຶນປະຕູດຽວນີ້ ໄດ້ກະກຽມຄວາມພ້ອມ ທາງດ້ານຕ່າງໆເຊັ່ນ:ປັບປຸງຄຳຮ້ອງຂໍລົງທຶນ ໃຫ້ມີຄວາມສະດວກແລະກະທັດຮັດ,ມີເນື້ອໃນຄົບຖ້ວນ,ມີຄູ່ມືແນະນຳປະກອບເອກກະສານຕ່າງໆ ໃນການຍື່ນຄຳຮ້ອງ,ມີໃບຮັບເອກະສານໃນເວລາຍື່ນຄຳຮ້ອງ ພື່ອຕິດຕາມ,ມີລະບົບໄອທີ ຊ່ວຍໃນການຕິດຕາມເອກະສານ,ຊ່ວຍໃນການເບິ່ງລະບົບການຄຸ້ມຄອງແລະສະຖິຕິການລົງທຶນ,ມີລະບົບຊອບແວດາວໂຫຼດເອກະສານຕ່າງໆ,ພ້ອມທັງມີບໍລິການສາຍດ່ວນ 1503.
ນີ້ເປັນລະບົບການບໍລິການທີ່ມີປະສິດທິຜົນທີ່ສຸດ ມີຄວາມສະດວກວວ່ອງໄວແທ້ ແຕ່ຍັງເປັນຫ່ວງຢູ່ ການຫັນເປັນປະຕູດຽວໄດ້ແຕ່ພຶດຕິກຳຂອງຜູ້ເຮັດບໍລິການປະຕູດຽວ ກໍຕ້ອງໄດ້ປັບປຸງຕົນເອງໃຫ້ມີຄວາມຄ່ອງແຄ້ວກວ່າເກົ່າ.