ໂໝດເຮືອບິນມີປະໂຫຍດຫຍັງແດ່ ?
April 26, 2018 - 11:26 AM
ຜູ້ໃຊ້ສະມ໊າດໂຟນ ຫລື ແທັບເລັດ ອາດຈະເຄີຍເຫັນ ຫລື ໃຊ້ງານໂໝດ Airplane Mode ຫລື ໂໝດເຮືອບິນ ໂດຍໂໝດນີ້ຖືກສ້າງຂຶ້ນມາເພື່ອປິດການໃຊ້ງານລະບົບເຊື່ອມຕໍ່ແບບໄຮ້ສາຍທັງໝົດ (ສັນຍານໂທລະສັບ, WiFi, Bluetooth) ສຳລັບໃຊ້ເວລາຂຶ້ນເຮືອບິນ (ທີ່ບັງຄັບໃຫ້ປິດສັນຍານໂທລະສັບ) ແຕ່ຫລາຍຄົນອາດຍັງບໍ່ຮູ້ວ່າ Airplane Mode ນັ້ນ ສາມາດໃຊ້ປະໂຫຍດກັບສະຖານະການອື່ນໆໄດ້ອີກ ດັ່ງນີ້ :
- ຊ່ວຍປະຢັດແບັດເຕີຣີ : ການເປີດ Airplane Mode ຈະສົ່ງຜົນໃຫ້ລະບົບປິດການໃຊ້ງານລະບົບເຄືອຂ່າຍມືຖື, ລະບົບ WiFi ແລະ Bluetooth ເຊິ່ງເປັນທີ່ຮູ້ກັນດີວ່າຟີເຈີເຫລົ່ານີ້ອາໄສການໃຊ້ງານແບັດເຕີຣີຫລາຍ ດັ່ງນັ້ນ ໃນເວລາທີ່ເຮົາບໍ່ໄດ້ໃຊ້ການເຊື່ອມຕໍ່ດັ່ງກ່າວ ກໍຈະຊ່ວຍໃຫ້ປະຢັດແບັດເຕີຣີໄດ້ຫລາຍຂຶ້ນ ໂດຍສະເພາະການຢູ່ໃນພື້ນທີ່ໆບໍ່ມີສັນຍານໂທລະສັບ (ເຊັ່ນ : ການໄປທ່ຽວປ່າ, ທ່ຽວເກາະດອນ, ເກາະກາງທະເລ ) ຈຶ່ງບໍ່ຕ້ອງໃຫ້ໜ່ວຍໂທລະສັບເຮັດວຽກໜັກເພື່ອຄົ້ນຫາສັນຍານເຄືອຂ່າຍ ໂດຍບໍ່ຕ້ອງປິດເຄື່ອງ ເຊິ່ງເຮັດໃຫ້ເຮົາສາມາດໃຊ້ຟີເຈີອື່ນໆຂອງສະມ໊າດໂຟນ ເຊັ່ນ : ການຖ່າຍຮູບ ຫລື ຟັງເພງໄດ້ຕາມປົກກະຕິ.
- ຊ່ວຍເຮັດໃຫ້ສາກໄຟແບັດເຕີຣີໄດ້ໄວຂຶ້ນ : ການສາກໄຟແບັດເຕີຣີທີ່ໄວທີ່ສຸດແມ່ນການເຮັດໃຫ້ໜ່ວຍໂທລະສັບຮັບກະແສໄຟຟ້າເຂົ້າໄປຢ່າງດຽວ, ແຕ່ຖ້າຫາກສາກໄປນຳແລ້ວກຳລັງໃຊ້ໄປນຳຈະເຮັດໃຫ້ໃຊ້ເວລາໃນການສາກຫລາຍຂຶ້ນ ສົ່ງຜົນໃຫ້ແບັດເຕີຣີຮ້ອນ ແລະ ເສື່ອມອາຍຸການໃຊ້ງານໄວຂຶ້ນນຳອີກ ດັ່ງນັ້ນ ຖ້າຢາກສາກໄຟແບັດເຕີຣີໃຫ້ເຕັມໄວໆ ຄວນເປີດ Airplane Mode ໄວ້, ແຕ່ຖ້າເປັນໂທລະສັບໃຜໂທມາຕອນນັ້ນກໍຈະໂທບໍ່ຕິດ ສະນັ້ນຕ້ອງວາງແຜນດີໆ.
- ຕັດການລົບກວນຈາກໂລກພາຍນອກ : ສຳລັບທ່ານໃດທີ່ຕ້ອງການຄວາມສະຫງົບ ບໍ່ຢາກຮັບຮູ້ຄວາມເປັນໄປຂອງໂລກພາຍນອກ (Social Network) ຫລື ບໍ່ຕ້ອງການໃຫ້ໃຜໂທຫາ ບໍ່ຕ້ອງເຖິງຂັ້ນປິດເຄື່ອງ ພຽງແຕ່ເປີດການໃຊ້ງານ Airplane Mode ກໍສາມາດຕອບສະໜອງຄວາມຕ້ອງການຂອງທ່ານໄດ້ ຫລື ໃຜທີ່ຕ້ອງການສະເພາະປິດເຄືອຂ່າຍມືຖືບໍ່ໃຫ້ຄົນອື່ນໂທຫາ, ແຕ່ຍັງຢາກຫລິ້ນອິນເຕີເນັດຜ່ານ WiFi ຢູ່ ກໍສາມາດເຮັດໄດ້ ໂດຍການເປີດ Airplane Mode ກ່ອນ ແລ້ວຈຶ່ງໄປເປີດ WiFi ຕາມຫລັງ.