ພືດທີ່ມີສັບພະຄຸນຊ່ວຍຫລຸດຄວາມດັນ
April 26, 2018 - 11:27 AM

- ໝາກສົ້ມພໍດີ : ຈາກການທົດລອງໃນສັດ ແລະ ມະນຸດ ພົບວ່າ : ໝາກສົ້ມພໍດີແດງສາມາດຫລຸດຄວາມດັນເລືອດສູງ, ໄລ່ນຳ້ຍ່ຽວ, ໄລ່ກົດຢູຣິກທີ່ເຮັດໃຫ້ເປັນປະດົງຂໍ້ ລວມທັງຫລຸດການອັກເສບຂອງລະບົບທໍ່ຍ່ຽວ ພາຍຫລັງການຜ່າຕັດໃນໝາກໄຂ່ຫລັງໄດ້. ນອກຈາກນີ້, ຍັງມີລາຍງານວ່າການດື່ມນຳ້ຕົ້ມໝາກສົ້ມພໍດີ ຫລື ຊາໝາກສົ້ມພໍດີມື້ລະ 2 – 3 ເທື່ອ ສາມາດຫລຸດຄວາມດັນເລືອດລົງໄດ້ນັບແຕ່ 7,2 – 13%. ດັ່ງນັ້ນ, ໝາກສົ້ມພໍດີແດງຈຶ່ງເໝາະສົມສຳລັບຄົນປ່ວຍທີ່ເປັນພະຍາດຄວາມ ດັນເລືອດສູງທີ່ສຸດ.
- ຜັກຊານາລີ ແລະ ຜັກຫອມປ້ອມ : ນິຍົມໃຊ້ເປັນຢາຫລຸດ ຄວາມດັນເລືອດມາດົນ 2 ພັນປີມາແລ້ວ, ຄົນຈີນ ແລະ ຫວຽດນາມ ແນະນຳໃຫ້ກິນຜັກເຫລົ່ານີ້ມື້ ລະ 4 ຕົ້ນ ເພື່ອປິ່ນປົວຄວາມດັນໃຫ້ເປັນປົກກະຕິ. ແພດອິນເດຍຈະສັ່ງຈ່າຍເມັດຜັກເຫລົ່ານີ້ເພື່ອໄລ່ນຳ້ຍ່ຽວສຳລັບຄົນປ່ວຍທີ່ບວມນຳ້. ປະຈຸບັນມີການສຶກສາລິດທາງຢາວິທະຍາພົບວ່າ : ຜັກທັງ 2 ຊະນິດນີ້ມີລິດຫລຸດຄວາມດັນເລືອດ, ໄລ່ນຳ້ຍ່ຽວ, ຫລຸດອາການບວມ, ຄຸມກຳເນີດ, ຫລຸດຈຳນວນອະສຸຈິ, ຫລຸດລະດັບນຳ້ຕານໃນເລືອດ, ຫລຸດຄໍເລສເຕີໂຣນ ແລະ ໄຕຣກລີເຊີໄຣ, ຂັດຂວາງການເກີດພະຍາດມະເຮັງ, ຂັດຂວາງການເກີດຊີ້ນປົ່ງ, ຕ້ານການອັກເສບ, ເຮັດໃຫ້ກ້າມຊີ້ນກ້ຽງຄາຍໂຕ, ໄລ່ປະຈຳເດືອນ ເປັນຕົ້ນ.
- ຜັກໜອກ : ເປັນພືດພື້ນເມືອງທີ່ມີປະໂຫຍດຕໍ່ຄົນເປັນພະຍາດຄວາມດັນເລືອດສູງ ເນື່ອງຈາກຜັກໜອກເຮັດໃຫ້ການໄຫລວຽນຂອງເລືອດ ທັງໃນຫລອດເລືອດດຳ ແລະ ຫລອດເລືອດຝອຍມີການໄຫລວຽນດີຂຶ້ນ, ມີຄຸນສົມບັດຂະຫຍາຍຫລອດເລືອດ, ຊ່ວຍໃຫ້ເລືອດໄຫລວຽນໄດ້ດີ ຈຶ່ງສາມາດຫລຸດຄວາມດັນເລືອດໄດ້. ນອກຈາກນີ້, ຍັງມີປະໂຫຍດຕໍ່ລະບົບປະສາດ ເຮັດໃຫ້ການຮຽນຮູ້ດີຂຶ້ນ, ມີລິດຫລຸດຄວາມເຄັ່ງຄຽດ ເຊິ່ງລິດດັ່ງກ່າວນີ້ເປັນປະໂຫຍດຕໍ່ຄົນເປັນພະຍາດຄວາມດັນເລືອດສູງນຳອີກ.
- ຜັກຄາວທອງ : ມີສັບພະຄຸນຊ່ວຍປິ່ນປົວພະຍາດໄດ້ ໂດຍສະເພາະຄວາມດັນເລືອດສູງ, ລິດສີດວງທະວານ, ບາດແຜໃນກະເພາະອາຫານ ແລະອື່ນໆ ເຊິ່ງຜົນຈາກການສຶກສາວິໄຈທັງໃນ ແລະ ຕ່າງປະເທດລ້ວນແຕ່ພົບລິດທາງຢາຂອງຜັກຄາວທອງຄືກັນ.