ສາເຫດເຮັດໃຫ້ເປັນພະຍາດລິດສີດວງ
April 26, 2018 - 2:21 PM
ທ່ານໃດທີ່ບໍ່ຢາກສ່ຽງເປັນພະຍາດນີ້ ຄວນຢຸດພຶດຕິກຳເຫລົ່ານີ້ໂດຍໄວ.
- ກິນອາຫານຈານດ່ວນ ຫລື ອາຫານທີ່ເຮັດມາຈາກແປ້ງ : ເຊິ່ງເອີ້ນງ່າຍໆວ່າອາຫານຂີ້ເຫຍື້ອ ເປັນສາເຫດໜຶ່ງເກີດຈາກຄວາມຟ້າວທີ່ຕ້ອງເຮັດວຽກໃຫ້ແລ້ວທັນເວລາ ແລະ ລາຍການອາຫານຂີ້ເຫຍື້ອແບບອາເມລິກາ ຈຶ່ງເປັນຄຳຕອບສຸດທ້າຍທີ່ຖືກເລືອກ ເຊິ່ງໝາຍຄວາມວ່າຮ່າງກາຍຂອງທ່ານຈະໄດ້ຮັບສານອາຫານຈຳພວກກາກໄຍອາຫານຈາກຜັກ ແລະ ໝາກໄມ້ໜ້ອຍເກີນໄປ ສົ່ງ ຜົນໃຫ້ເກີດບັນຫາຖ່າຍຍາກຕາມມາໃນທີ່ສຸດ.
- ນຳ້ໜັກເກີນມາດຕະຖານ : ເປັນຜົນມາຈາກການນັ່ງເຮັດວຽກໂດຍບໍ່ມີການເຄື່ອນໄຫວຮ່າງກາຍ ຫລື ເຄື່ອນໄຫວໄປໃສມາໃສ ຮ່າງກາຍບໍ່ໄດ້ອອກກຳລັງກາຍ ທັງຍັງຕ້ອງແບກຮັບນຳ້ໜັກໂຕທັງໝົດໄວ້ຕີນ. ນອກຈາກຈະເຮັດໃຫ້ທ່ານເປັນພະຍາດຕຸ້ຍແລ້ວ ຍັງຖືກພະຍາດລິດສີດວງທະວານຖາມຫານຳອີກ. ທາງທີ່ດີຄວນລຸກອອກຈາກຕັ່ງ ແລະ ໜ້າຈໍຄອມພິວເຕີ ແລ້ວຍືດເສັ້ນຍືດເອັນເປັນໄລຍະໆ.
- ຖ່າຍຍາກຊຳ້ເຮື້ອ : ເນື່ອງຈາກລະບົບຂັບຖ່າຍຜິດປົກກະຕິ ເຊິ່ງເກີດຈາກນິໄສການກິນທີ່ບໍ່ສົນໃຈນຳຜັກ ແລະ ໝາກໄມ້ ບວກກັບການນັ່ງເຮັດວຽກໝົດມື້ໝົດຄືນ ເຮັດໃຫ້ຮ່າງກາຍພັກຜ່ອນບໍ່ພຽງພໍ ລະບົບຂັບຖ່າຍຈຶ່ງເຮັດວຽກຜິດປົກກະຕິ, ບໍ່ມີການຂັບຖ່າຍຕອນເຊົ້າ, ເກີດການສະສົມສິ່ງເສດເຫລືອໄວ້ໃນຮ່າງກາຍ. ສະນັ້ນ, ທ່ານໃດທີ່ກຳລັງມີພຶດຕິກຳແບບນີ້ຕ້ອງຟ້າວແກ້ໄຂໂດຍໄວ ກ່ອນທີ່ພະຍາດລິດສີດວງຈະຖາມຫາໃນບໍ່ຊ້ານີ້.
ພະຍາດລິດສີດວງທະວານເກີດຈາກກຸ່ມຫລອດເລືອດ ແລະ ເນື້ອເຍື່ອບໍລິເວນລຳໄສ້ຊື່ ຫລື ບໍລິເວນຮູທະວານມີຂະໜາດໃຫຍ່ຂຶ້ນ ສົ່ງຜົນໃຫ້ຫລອດເລືອດດຳທີ່ຂະຫຍາຍໃຫຍ່ຂຶ້ນ ເກີດການໃຄ່ໂພງປົ່ງອອກມາໃຫ້ເຫັນເປັນຫົວ ເອີ້ນວ່າ : ລີດສີດວງ ເຊິ່ງອາດຈະມີຫລາຍຫົວ ຫລື ຫົວດຽວກໍໄດ້ ເມື່ອນັ່ງຈະເຮັດໃຫ້ເກີດການກົດທັບເນື້ອເຍື່ອທີ່ປົ່ງອອກມາເປັນຕິ່ງ ສົ່ງຜົນໃຫ້ເກີດການອັກເສບ, ເຈັບ ແລະ ຄັນ.