• [vc_row css_animation="bounceInRight"][vc_column css_animation="bounceInRight"][thim-news-ticker title="Breaking news" posts_per_page="10" order="ASC"][/vc_column][/vc_row]

ເມື່ອຕ້ອງຮ່ວມວຽກກັບຄົນຂີ້ຄ້ານ

- 042604 2018 - ເມື່ອຕ້ອງຮ່ວມວຽກກັບຄົນຂີ້ຄ້ານ
- kitchen vibe - ເມື່ອຕ້ອງຮ່ວມວຽກກັບຄົນຂີ້ຄ້ານ

ໜ້າທີ່ຄືໜ້າທີ່, ວຽກຄືວຽກ ເຖິງຈະຕ້ອງປັບໂຕປັບໃຈເຮັດວຽກກັບຄົນຫລາຍແບບ, ແຕ່ເຮົາກໍຕ້ອງບໍ່ເຮັດໃຫ້ໂຕເອງເມື່ອຍຈົນເກີນໄປກັບການຕ້ອງມາຮັບມືກັບເພື່ອນຮ່ວມວຽກຈອມຂີ້ຄ້ານແບບນີ້.

  1. ແບ່ງວຽກຢ່າງເທົ່າທຽມ : ທ່ານອາດຈະຢ້ານວ່າວຽກຈະອອກມາບໍ່ດີ ຈຶ່ງມັກເຮັດແທນຄົນອື່ນຢູ່ສະເໝີ ເຊິ່ງຄວາມຈິງແລ້ວບໍ່ຈຳເປັນເລີຍ ປ່ອຍໃຫ້ເຂົາເຮັດວຽກໃນພາກສ່ວນຂອງເຂົາ ເພາະຫາກຍິ່ງຊ່ວຍເຫລືອກໍຈະຍິ່ງເປີດໂອກາດໃຫ້ເຂົາເອົາປຽບ.
  2. ບໍ່ນິນທາວ່າຮ້າຍ : ເຖິງວ່າຈະອົດບໍ່ໄດ້ທີ່ຈະຕ້ອງຈົ່ມໃຫ້ຄົນອື່ນຟັງວ່າທ່ານເຮັດວຽກໜັກປານໃດ ຍ້ອນມີໃຜບາງຄົນຂີ້ຄ້ານໃຫ້ປ່ຽນມາເຮັດໂຕເອງໃຫ້ດຸໝັ່ນຂຶ້ນ ແລະ ຫ້າວຫັນຍິ່ງຂຶ້ນ ແລ້ວບໍ່ດົນກໍຈະເກີດຂໍ້ປຽບທຽບ ແລະ ຄົນອື່ນກໍຈະຮັບຮູ້ໄດ້ເອງ.
  3. ສົ່ງເລື່ອງຮ້ອງຮຽນໄປຫາຝ່າຍບຸກຄົນ : ບໍ່ຕ້ອງບອກວ່າທ່ານແບກຮັບປັນຫາໃດແດ່, ແຕ່ອ້າງອີງເຖິງຜົນປະໂຫຍດຂອງບໍລິສັດເປັນຫລັກ ຍິ່ງຫາກທ່ານມີຫລັກຖານກໍບໍ່ຕ້ອງຢ້ານທີ່ຈະຮັກສາສິດທິ.
  4. ປີ້ນວິກິດໃຫ້ເປັນໂອກາດ : ຖືເປັນໂອກາດອັນດີທີ່ທ່ານຈະໄດ້ສະແດງສີມືໃນເມື່ອຄູ່ແຂ່ງຂາດ ການຝຶກຝົນຄົນທີ່ຝຶກຝົນຫລາຍກ່ວາຈຶ່ງໄດ້ປຽບ, ການເອົາໃຈໃສ່ວຽກໃຫ້ຫລາຍຈະເຮັດໃຫ້ທ່ານຮອບຮູ້ ແລະ ເຮັດວຽກໄດ້ດີກ່ວາເຂົາແນ່ນອນ.
- 3 - ເມື່ອຕ້ອງຮ່ວມວຽກກັບຄົນຂີ້ຄ້ານ
- 4 - ເມື່ອຕ້ອງຮ່ວມວຽກກັບຄົນຂີ້ຄ້ານ
- 5 - ເມື່ອຕ້ອງຮ່ວມວຽກກັບຄົນຂີ້ຄ້ານ
- Visit Laos Visit SALANA BOUTIQUE HOTEL - ເມື່ອຕ້ອງຮ່ວມວຽກກັບຄົນຂີ້ຄ້ານ
- Visit Laos Visit SALANA BOUTIQUE HOTEL - ເມື່ອຕ້ອງຮ່ວມວຽກກັບຄົນຂີ້ຄ້ານ