ທ່ານ ກິມ ຈ໋ອງອຸນ ກຽມສ້າງປະຫວັດສາດ ຂ້າມເຂດແດນສອງເກົາຫລີ

- Dbri3TeU8AEeG3f - ທ່ານ ກິມ ຈ໋ອງອຸນ ກຽມສ້າງປະຫວັດສາດ ຂ້າມເຂດແດນສອງເກົາຫລີ
- kitchen vibe - ທ່ານ ກິມ ຈ໋ອງອຸນ ກຽມສ້າງປະຫວັດສາດ ຂ້າມເຂດແດນສອງເກົາຫລີ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍງານ​​ວ່າ: ທ່ານ ອິມ ຈ໋ອງ ຊ໊ອກ ຫົວໜ້າ​ຄະນະ​ເຈົ້າໜ້າ​ທີ່​ປະຈຳ​ທຳນຽບປະທານາທິບໍດີ​ ສ.​ເກົາຫລີ ຫລື ຊອງ​ວາ​ແດ ຖະ​ແຫລ​ງກ່ຽວ​ກັບກຳນົດ​ການ​ເບື້ອງຕົ້ນຂອງ​ກອງ​ປະຊຸມ​ສຸດ​ຍອດ ລະຫວ່າງ​ປະທານາທິບໍດີ ມຸນ ​ແຈ​ອິນ ກັບ​ທ່ານ ກິມ ຈ໋ອງອຸນ ຜູ້ນຳ​ສູງ​ສຸດ​ຂອງ ສ.​ເກົາຫລີ ວ່າ​ຈະ​ເລີ່​ມຂຶ້ນ​ແຕ່​ເວລາ 09:30 ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ ​ຂອງ​ວັນ​ທີ 27 ​ເມສາ​ນີ້ (07:30 ​ໂມງ ຕາມ​ເວລາ​ຢູ່​ລາວ).

- ktga963j copy - ທ່ານ ກິມ ຈ໋ອງອຸນ ກຽມສ້າງປະຫວັດສາດ ຂ້າມເຂດແດນສອງເກົາຫລີ

- Visit Laos Visit SALANA BOUTIQUE HOTEL - ທ່ານ ກິມ ຈ໋ອງອຸນ ກຽມສ້າງປະຫວັດສາດ ຂ້າມເຂດແດນສອງເກົາຫລີ
- Visit Laos Visit SALANA BOUTIQUE HOTEL - ທ່ານ ກິມ ຈ໋ອງອຸນ ກຽມສ້າງປະຫວັດສາດ ຂ້າມເຂດແດນສອງເກົາຫລີ

ທັງ​ນີ້, ທ່ານ ມຸນ ​ແຈ​ອິນ ​ແລະ ຄະນະ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ​ລັດຖະບານ​ເຊ​ອຸນ ຈະ​ໄປ​ຕ້ອນຮັບ​ທ່ານ ກິມ ຈ໋ອງອຸນ ​ແລະ ຄະນະ​ຜູ້​ຕິດຕາມ​ອີກ 9 ຄົນ ​ເຊິ່ງລວມທັງ​ທ່ານ ກິມ ຢອງ​ນຳ ປະທານ​ສະພາ​ປະຊາຊົນ​ສູງ​ສຸດ​ແຫ່ງ​ຊາດ ​ແລະ ທ່ານ ນາງ ກິມ ​ໂຢຈອງ ນ້ອງ​ສາວ​ຂອງ​ທ່ານ ກິມ ຈ໋ອງອຸນ ຢູ່​ເສັ້ນ​ແບ່ງ​ເຂດ​ແດນ​ທາງ​ທະຫານ (MDL) ​ໂດຍ​ທ່ານ ກິມ ຈ໋ອງອຸນ ຈະ​ຖື​ເປັນ​ຜູ້ນຳ​ສູງ​ສຸດ​ຂອງ ສປປ ​ເກົາຫລີ ຄົນ​ທຳ​ອິດ​ໃນ​ປະຫວັດສາດ ​ເຊິ່ງ​ເດີນທາງ​ຂ້າມ​ເສັ້ນ MDL ມາ​ບ້ານ​ປັນ​ມຸນ​ຈອມ​ເບື້ອງ ສ.​ເກົາຫລີ.

ຕໍ່​ຈາກ​ນັ້ນ, ປະທານາທິບໍດີ ສ.​ເກົາຫລີ ຈະ​ນຳພາ​ຜູ້ນຳ​ສູງ​ສຸດ​ຂອງ ສປປ ​ເກົາຫລີ ກວດ​ແຖວ​ກອງ​ທະຫານ​ກຽດຕິຍົດ ​ແລ້ວ​ຍ່າງ​ເຂົ້າສູ່​ອາຄານ​ສັນຕິພາບ​ພ້ອມ​ກັນ ​ເພື່ອ​ເລີ່​ມການ​ຫາລື​ຢ່າງ​ເປັນ​ທາງ​ການ​ຮອບ​ທຳ​ອິດ​ໃນ​ເວລາ 10:30 ຕາມ​ເວລາ​ທ້ອງ​ຖິ່ນ (08:30 ​ໂມງ ຕາມ​ເວລາ​ຢູ່​ລາວ) ​ເຊິ່ງໜຶ່ງ​ໃນ​ບັນຫາ​ສຳຄັນ​ຂອງ​ກອງ​ປະຊຸມ​ຄື​ການ​ປົດ​ນິວ​ເຄຼຍຢູ່​ແຫລມ​ເກົາຫລີ ​ແລະ ລັດຖະບານ​ເຊ​ອຸນຍອມຮັບ​ວ່າ ​ເປັນ​ຫົວ​ຂໍ້​ການ​ຫາລື “ສຳຄັນ​ທີ່​ສຸດ” ​ເນື່ອງ​ຈາກຕ້ອງ​ຂຶ້ນຢູ່​ກັບ​ທ່າ​ທີ​ຂອງ​ລັດຖະບານ​ພຽງ​ຢາງ​ເປັນ​ສຳຄັນ.

ພາຍຫລັງ​ສຳ​ເລັດ​ກອງ​ປະຊຸມ​ຮອບ​ທຳ​ອິດ, ຄະນະ​ຂອງ​ຜູ້ນຳ ສປປ ​ເກົາຫລີ ​ແລະ ສ.​ເກົາຫລີ ​ແຍກ​ກັນ​ພັກ​ຮັບ​ປະທານ​ອາຫານ​ທ່ຽງ ກ່ອນ​ກັບ​ມາ​ເຮັດ​ພິທີ​ປູກ​ຕົ້ນ​ໄມ້ “​ເພື່ອ​ສັນຕິພາບ ​ແລະ ຄວາມ​ຮຸ່ງ​ເຮືອງ” ​ໃກ້​ກັບ​ເສັ້ນ MLD ​ແລ້ວ​ຈຶ່ງ​ພົບ​ປະ​ຫາລື​ກັນ​ຕໍ່​ໃນ​ຕອນ​ບ່າຍ ທີ່​ຈະ​ມີ​ການ​ລົງ​ນາມ​ຮ່ວມ​ກັນ​ໃນ “​ເອກະສານ​ສະບັບ​ສຳຄັນ” ​ແລະ ອັດ​ທ້າຍ​ດ້ວຍ​ພິທີ​ລ້ຽງ​ອາຫານ​ຄໍ່າ​ຢ່າງ​ເປັນ​ທາງ​ການ​ສຳລັບ​ທ່ານ ກິມ ຈ໋ອງອຸນ ​ເຊິ່ງທ່ານ ມຸນ ​ແຈ​ອິນ ​ເປັນ​ເຈົ້າພາບ.

- 5 - ທ່ານ ກິມ ຈ໋ອງອຸນ ກຽມສ້າງປະຫວັດສາດ ຂ້າມເຂດແດນສອງເກົາຫລີ
- 3 - ທ່ານ ກິມ ຈ໋ອງອຸນ ກຽມສ້າງປະຫວັດສາດ ຂ້າມເຂດແດນສອງເກົາຫລີ
- 4 - ທ່ານ ກິມ ຈ໋ອງອຸນ ກຽມສ້າງປະຫວັດສາດ ຂ້າມເຂດແດນສອງເກົາຫລີ