EU ກຽມຂະຫຍາຍເວລາຂວ້ຳບາດ ກອງທັບມຽນມາຈາກວິກິດລັດຍະໄຂ່

- 640165 - EU ກຽມຂະຫຍາຍເວລາຂວ້ຳບາດ ກອງທັບມຽນມາຈາກວິກິດລັດຍະໄຂ່
- kitchen vibe - EU ກຽມຂະຫຍາຍເວລາຂວ້ຳບາດ ກອງທັບມຽນມາຈາກວິກິດລັດຍະໄຂ່

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ​ແຫ​ລ່ງຂ່າວ​ເຈົ້າໜ້າ​ທີ່​ການ​ທູດ​ຂອງ​ສະຫະພາບ​ເອີຣົບ (EU) ​ເປີດ​ເຜີຍ​ວ່າ: EU ກຽມ​ຂະຫຍາຍ​ເວລາ​ມາດ​ຕະການ​ຂວ້ຳບາດ​ທາງ​ອາວຸດ​ຕໍ່​ກອງທັບ​ມຽນມາ​ອອກ​ໄປ​ອີກ 1 ປີ ຈາກ​ທີ່​ເຄີຍ​ກຳນົດ​ສິ້ນສຸດ​ເດືອນ​ເມສາ​ນີ້.

- 560000010677201 - EU ກຽມຂະຫຍາຍເວລາຂວ້ຳບາດ ກອງທັບມຽນມາຈາກວິກິດລັດຍະໄຂ່

EU ກ່າວ​ຫາ​ວ່າ: ປະຕິບັດ​ການ​ທາງ​ທະຫານ​ຂອງ​ມຽນມາ​ໃນ​ການ​ໃຊ້​ກຳລັງ​ເຂົ້າກວາດ​ລ້າງ​ຊາວ​ໂຣຮິນ​ຈາ​ໃນ​ລັດ​ຍະ​ໄຂ່ ທີ່​ເລີ່​ມຂຶ້ນ​ໃນ​ເດືອນ​ສິງຫາ​ປີຜ່ານມາ ​ເປັນ​ການລະ​ເມີດ​ສິດທິ​ມະນຸດຂັ້ນຮຸນ​ແຮງ ​ແລະ ກະທຳ​ຢ່າງ​ມີ​ລະບົບ ​ເຊິ່ງນຳ​ໄປ​ສູ່​ການ​ຫລັ່ງ​ໄຫລ​ຂ້າມ​ຊາຍ​ແດນ​ເຂົ້າສູ່​ບັງ​ກະລາ​ເທດ​ຂອງ​ຜູ້​ອົບ​ພະຍົບຊາວ​ໂຣຮິນ​ຈາ​ເກືອບ 700.000 ຄົນ ຈຶ່ງ​ເລີ່​ມ​ໃຊ້​ມາດ​ຕະການ​ຂວ້ຳບາດ​ຕໍ່​ກອງທັບ​ໃນ​ເດືອນ​ຕຸລາ.

ນອກຈາກ​ຂະຫຍາຍ​ເວລາ​ມາດ​ຕະການ​ເກົ່າ​ທີ່​ມີ​ຢູ່​ແລ້ວ, ​ແຫ​ລ່ງຂ່າວ​ຍັງ​ເປີດ​ເຜີຍ​ວ່າ ອາດ​ຈະ​ມີ​ການ​ປະກາດ​ໃຊ້​ມາດ​ຕະການ​ງົດ​ເວັ້ນວີ​ຊາ ​ແລະ ອາ​ຢັດ​ຊັບ​ສິນ​ຕໍ່​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ​ກອງທັບ​ມຽນມາ ​ໃນ​ເດືອນ​ພຶດສະພາ ຫລື ມິຖຸນາ​ນີ້.

- 5 - EU ກຽມຂະຫຍາຍເວລາຂວ້ຳບາດ ກອງທັບມຽນມາຈາກວິກິດລັດຍະໄຂ່
- 4 - EU ກຽມຂະຫຍາຍເວລາຂວ້ຳບາດ ກອງທັບມຽນມາຈາກວິກິດລັດຍະໄຂ່
- 3 - EU ກຽມຂະຫຍາຍເວລາຂວ້ຳບາດ ກອງທັບມຽນມາຈາກວິກິດລັດຍະໄຂ່