ຜູ້ນຳ ສປປ ເກົາຫລີ ສົ່ງສົບ ນັກທ່ອງທ່ຽວຈີນກັບປະເທດ
ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງຈາກລາຍງານຂອງສຳນັກຂ່າວກາງເກົາຫລີ (KCNA) ວ່າ: ທ່ານ ກິມ ຈ໋ອງອຸນ ເດີນທາງໄປສະຖານີລົດໄຟກາງໃນນະຄອນຫລວງພຽງຢາງ ໃນຄືນວັນທີ 25 ເມສາ ເພື່ອກວດສອບຄວາມຮຽບຮ້ອຍຂອງຂະບວນລົດໄຟຖ້ຽວພິເສດ ທີ່ເປັນການສົ່ງໂລງບັນຈຸສົບຂອງນັກທ່ອງທ່ຽວຊາວຈີນ 32 ຄົນ ເຊິ່ງເສຍຊີວິດຈາກອຸປະຕິເຫດລົດໂດຍສານຕົກຂົວ ຢູ່ແຂວງຮວາງແຮເໜືອ ໃກ້ກັບນະຄອນຫລວງພຽງຢາງ ໃນວັນທີ 22 ເມສານີ້.
ຂະນະດຽວກັນ, ຜູ້ນຳສູງສຸດຂອງ ສປປ ເກົາຫລີ ໄດ້ສົນທະນາຢ່າງເປັນກັນເອງ ແລະ ໃກ້ຊິດກັບນັກທ່ອງທ່ຽວຊາວຈີນ 2 ຄົນ ເຊິ່ງລອດຊີວິດ ແຕ່ໄດ້ຮັບບາດເຈັບສາຫັດຈາກອຸປະຕິເຫດຄັ້ງນີ້ ເຊິ່ງເດີນທາງກັບດ້ວຍລົດໄຟຂະບວນດຽວກັນ ໂດຍທ່ານ ກິມ ຈ໋ອງອຸນ ຂໍໃຫ້ທັງສອງມີອາການດີຂຶ້ນໂດຍໄວ. ນອກຈາກນີ້ KCNA ລາຍງານອີກວ່າ: ຜູ້ນຳສູງສຸດຂອງ ສປປ ເກົາຫລີ ໄດ້ມີສານເຖິງປະທານາທິບໍດີ ສີ ຈິ້ນຜິງ ແລະ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານປັກກິ່ງ ແລະ ພັກກອມມູນິດຈີນອີກຫລາຍທ່ານ ເພື່ອສະແດງຄວາມເສຍໃຈຕໍ່ເຫດການດັ່ງກ່າວ ເຊິ່ງມີພົນລະເມືອງ ສປປ ເກົາຫລີ ເສຍຊີວິດນຳ 4 ຄົນ.
#DPRK leader Kim Jong Un visited the #Chinese embassy in #Pyongyang on Monday to express "deep sympathy" over a bus accident that killed 32 #Chinese tourists and critically injured two. pic.twitter.com/fQOZzjgUeU
— CGTN (@CGTNOfficial) April 24, 2018