ລາວ ເສຍໃຫ້ ສິງກະໂປ 1-5
April 26, 2018 - 6:06 PM
ນັກກິລາທີມຊາດລາວ ລົງສະໜາມຄັ້ງທໍາອິດເສຍໃຫ້ ທີມຊາດສິງກະໂປ 1-5 ໃນການແຂ່ງຂັນບານເຕະ ຮຸ່ນອາຍຸ 21 ປີ ຊີງຂັນເຈົ້າຊີວິດປະເທດບຣູໄນ ຈັດຂຶ້ນລະຫວ່າງ 20 ເມສາຫາ 5 ພຶດສະພາ 2018.
ການແຂ່ງຂັນຊີງຂັນເຈົ້າຊີວິດບຣູໄນຄັ້ງນີ້ມີ 7 ປະເທດເຂົ້າຮ່ວມ ໂດຍແບ່ງອອກເປັນ 2 ກຸ່ມຄື: ກຸ່ມ ເອ ປະກອບມີ: ທີມຊາດຕີມໍ ເລສເຕ, ມຽນມາ, ບຣູໄນ ແລະ ໄທ; ສ່ວນກຸ່ມ ບີ: ລາວ, ສິງກະໂປ ແລະ ກຳປູເຈຍ. ຂະນະທີ່ ທີມຊາດລາວ ລົງສະໜາມຄັ້ງທໍາອິດເສຍໃຫ້ແກ່ ທີມຊາດສິງກະໂປ 1-5.
ສໍາລັບຕາຕະລາງການລົງສະໜາມຄັ້ງທີ 2 ຂອງທີມຊາດລາວ ວັນທີ 28 ເມສາ 2018 ເວລາ 20:15 ໂມງ ພົບ ກຳປູເຈຍ ແຂ່ງຂັນຢູ່ສະໜາມ HASSANAL BOLKIAH Stadium.