ທ່ານ ກິມ ຈ໋ອງອຸນ ຜູ້ນຳສູງສຸດ ສປປ ເກົາຫລີ ພົບປະເຈລະຈາກັບ ປະທານາທິບໍດີ ສ.ເກົາຫລີ
ຂ່າວສານສູນກາງເກົາຫລີແຈ້ງຂ່າວໃນວັນທີ 27 ເມສານີ້ວ່າ: ຕອນເຊົ້າວັນທີ 27 ເມສານີ້, ທ່ານ ກິມ ຈ໋ອງອຸນ ຜູ້ນຳສູງສຸດ ສປປ ເກົາຫລີ ໄດ້ເດີນທາງຜ່ານຊາຍແດນປານມູນຈອມ ເພື່ອເລີ່ມຈັດການເຈລະຈາກັບທ່ານ ມູນ ແຈອິນ ປະທານາທິບໍດີ ສ.ເກົາຫລີ ຢ່າງເປັນທາງການແລ້ວ.
ທ່ານ ກິມ ຈ໋ອງອຸນ ກາຍເປັນຜູ້ນຳ ສປປ ເກົາຫລີ ຄົນທຳອິດທີ່ຢ່ວງບາດກ້າວລົງແຜ່ນດິນ ສ.ເກົາຫລີ ນັບແຕ່ສົງຄາມເກົາຫລີ ລະຫວ່າງປີ 1950-1953. ໃນຂະນະທີ່ຈັບມືກັນນັ້ນ ໂດຍບໍ່ມີການວາງແຜນໄວ້ລ່ວງໜ້າ ທ່ານ ກິມ ຈ໋ອງອຸນ ໄດ້ເຊີນປະທານາທິບໍດີ ມຸນ ແຈອິນ ໃຫ້ຍ່າງຂ້າມເສັ້ນແບ່ງເຂດແດນໄປດິນແດນ ສປປ ເກົາຫລີ ເປັນໄລຍະເວລາສັ້ນໆ ກ່ອນທີ່ຜູ້ນຳທັງສອງຈະຍ່າງກັບໄປດິນແດນ ສ.ເກົາຫລີ ໂດຍຍັງຈັບມືກັນ.
ຫລັງຈາກກວດແຖວທະຫານກອງກຽດຕິຍົດຮ່ວມກັນແລ້ວ, ທ່ານ ກິມ ຈ໋ອງອຸນ ຢຸດແວ່ລົງນາມໃນປຶ້ມຢ້ຽມຢາມ ທີ່ອາຄານສັນຕິພາບ ເຊິ່ງຕັ້ງຢູ່ໃນເຂດ ສ.ເກົາຫລີ ໂດຍທ່ານຂຽນຂໍ້ຄວາມວ່າ: “ປະຫວັດສາດໜ້າໃໝ່ໄດ້ເລີ່ມຕົ້ນຂຶ້ນແລ້ວ ເປັນຍຸກແຫ່ງສັນຕິພາບ ຈາກຈຸດເລີ່ມຕົ້ນຂອງປະຫວັດສາດ”. ປະທານາທິບໍດີ ມຸນ ແຈອິນ ແລະ ທ່ານ ກິມ ຈ໋ອງອຸນ ຈະຫາລືໃນເລື່ອງການເຮັດໃຫ້ແຫລມເກົາຫລີປອດຈາກອາວຸດນິວເຄຼຍ ແລະ ການແລກປ່ຽນລະຫວ່າງສອງເກົາຫລີ. ຈາກນັ້ນຈະມີການປູກຕົ້ນໄມ້ທີ່ລະນຶກຮ່ວມກັນ ຢູ່ບໍລິເວນບ້ານປານມູນຈອມ.
역사적인 첫 만남남북정상회담 문재인 김정은 악수2018년 4월27일 09시29분#문재인 #김정은 #남북정상회담 #악수 #판문점
KBS뉴스さんの投稿 2018年4月26日(木)
ສ່ວນທຳນຽບຂາວຂອງອາເມລິກາ ອອກຖະແຫລງການສະແດງຄວາມຫວັງວ່າ: ກອງປະຊຸມສຸດຍອດຜູ້ນຳສອງເກົາຫລີໃນຄັ້ງນີ້ຈະປະສົບຜົນສຳເລັດໃນການນຳໄປສູ່ສັນຕິພາບ ແລະ ຄວາມມັ່ງຄັ່ງຢູ່ແຫລມເກົາຫລີໃນອະນາຄົດ. ນອກຈາກນີ້ ຍັງລະບຸວ່າ: ອາເມລິກາລໍຄອຍທີ່ຈະໄດ້ເຫັນກອງປະຊຸມສຸດຍອດລະຫວ່າງຜູ້ນຳ ສປປ ເກົາຫລີ ກັບ ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ໃນມໍ່ໆນີ້.
문재인-김정은, 의장대 사열두 정상은 군악대, 3군 의장대, 전통의장대, 전통악대 순으로 배치된 의장대를 차례로 사열.전통의장대는 민족의 노래인 아리랑을 연주해.#남북정상회담 #의장대 #판문점 #문재인 #김정은
KBS뉴스さんの投稿 2018年4月26日(木)