ຮູ້ເທົ່າທັນ 5 ປັດໄຈທີ່ເຮັດໃຫ້ຄົນເຮົາຄ້ານ
April 30, 2018 - 11:24 AM

- ຄວາມອ່ອນເພຍ : ສະໝອງຂອງຄົນເຮົາຕ້ອງການໆພັກຜ່ອນຢ່າງສະໝໍ່າສະເໝີ, ຄົນເຮົາຈຳເປັນຕ້ອງຕັດຂາດຈາກໂຕການສ້າງຄວາມເຄັ່ງຄຽດແດ່ ເພື່ອໃຫ້ຈິດໃຈ ແລະ ຮ່າງກາຍໄດ້ພັກຜ່ອນ. ການເຮັດວຽກອາທິດລະ 48 ຊົ່ວໂມງ ໝາຍເຖິງການເພີ່ມຄວາມເຄັ່ງຄຽດໃຫ້ແກ່ສະໝອງຫລາຍຂຶ້ນເປັນ 2 ເທົ່າ ແລະ ເປັນສາເຫດສຳຄັນຂອງພະຍາດຫົວໃຈ. ນອກຈາກນີ້, ການລາພັກແລ້ງ ຫລື ຫລັບຕອນກາງເວັນຂອງຄົນເອີຣົບທີ່ຄົນອາເມລິກາ ເບິ່ງວ່າເປັນຄວາມກຽດຄ້ານນັ້ນ ຄວາມຈິງແລ້ວເປັນເຄັດລັບໃນການໃຊ້ຊີວິດຂອງພວກເຂົາ ເພາະຈາກການສຳຫລວດພົບວ່າຄົນເອີຣົບຢ່າງໜ້ອຍ 4 ປະເທດ ໃຊ້ເວລາເຮັດວຽກໜ້ອຍກ່ວາຄົນອາເມລິກາ, ແຕ່ຊຳ້ພັດໄດ້ວຽກຫລາຍກ່ວາ.
- ຄວາມຕ້ອງການຄວາມສຸກສະບາຍ : ມະນຸດມີສັນຊາດຕະຍານຮັກຄວາມສະບາຍຢູ່ໃນໂຕ ແນວໃດກໍດີ ຫາກເຮົາຊອກຫາແຕ່ຄວາມສະບາຍໃນທຸກໆສະຖານະການ ເຮົາກໍຈະຮູ້ສຶກວ່າການເຮັດຫຍັງຈັກຢ່າງທີ່ເປັນເລື່ອງທີ່ສົມຄວນຈະເຮັດ (ແຕ່ອາດເຮັດໃຫ້ເກີດຄວາມບໍ່ສະດວກສະບາຍແດ່ໃນຊີວິດຂອງເຮົາ) ເຊັ່ນ : ການຕື່ນເຊົ້າຂຶ້ນ, ການຈຳກັດອາຫານ ຫລື ການຮັບວຽກທີ່ຍາກຂຶ້ນ ແລະ ອື່ນໆ ກາຍເປັນເລື່ອງເຫລືອວິໄສຈົນເຮັດໃຫ້ເຮົາຫລີກເວັ້ນບໍ່ເຮັດສິ່ງເຫລົ່ານັ້ນ ຫລື ເລື່ອນໄປມື້ໜ້າ ພຽງເພື່ອຍືດໄລຍະເວລາແຫ່ງຄວາມສຸກໃຫ້ຍາວນານອອກໄປ.
- ຄວາມຢ້ານຄວາມລົ້ມເຫລວ : ກ່ອນທີ່ໃຜຈັກຄົນຈະປະສົບຄວາມສຳເລັດໄດ້ນັ້ນ ເຂົາຈະຕ້ອງທຸ້ມເທຫລາຍກ່ວາປົກກະຕິ ແລະ ມັກຊອກຫາທາງເລືອກໄວ້ພຽງ 2 ທາງ ຄື : ທຸ້ມໝົດໂຕ ຫລື ບໍ່ຕ້ອງເຮັດຫຍັງເລີຍ ເຊິ່ງການຕັດສິນໃຈທຸ້ມໝົດໂຕໂດຍບໍ່ມີສິ່ງໃດຮັບປະກັນຜົນຂອງການທຸ້ມເທມັກເຮັດໃຫ້ເກີດຄວາມກັງວົນ ແລະ ຄວາມເຄັ່ງຄຽດສະສົມ. ສ່ວນຫລາຍແລ້ວເກີດຄວາມຢ້ານວ່າສິ່ງທີ່ໄດ້ຮັບອາດຈະບໍ່ກຸ້ມຄ່າ ຫລື ຢ້ານວ່າຕົນຈະລົ້ມເຫລວ ຄົນເຮົາຈຶ່ງມັກຈະເລືອກທາງທີ່ບໍ່ຕ້ອງ ເຮັດຫຍັງເລີຍ ເພາະຮູ້ສຶກວ່າເຮັດໄປກໍບໍ່ເຮັດໃຫ້ຫຍັງດີຂຶ້ນ.
- ກຳມະພັນ ແລະ ສານເຄມີໃນສະໝອງ : ປີ 2008 ນັກວິທະຍາສາດການເຄື່ອນໄຫວແຫ່ງມະຫາວິທະຍາໄລນອດແຄໂຣໄລນາ ດຣ. ເຈ ທີໂມທີ ໄລຟູດ ໄດ້ເຮັດວຽກວິໄຈກ່ຽວກັບຄວາມສຳພັນລະຫ່ວາງຈຸລັງກັບຄວາມຫ້າວຫັນ ເພື່ອທີ່ຈະພັດທະນານັກກິລາໃຫ້ຝຶກຊ້ອມດີຂຶ້ນ ຜົນການທົດລອງສະຫລຸບວ່າ : ການທີ່ຄົນຜູ້ໜຶ່ງຮູ້ສຶກຫ້າວຫັນ ຫລື ເຊື່ອງຊ້າ ຂຶ້ນຢູ່ກັບປັດໄຈທາງກຳມະພັນນຳ ນັ້ນສະແດງວ່າສິ່ງນີ້ເປັນສິ່ງທີ່ຕິດໂຕມາແຕ່ເກີດ ແລະ ເປັນສິ່ງທີ່ເຮົາບໍ່ສາມາດເລືອກໄດ້.
- ການຂາດແຮງຈູງໃຈ : ຄົນເຮົາມີເຫດຜົນຫລາຍເກີນກ່ວາຈະນັບໄຫວ ທີ່ເຮັດໃຫ້ຮູ້ສຶກໝົດໄຟໄປລ້າໆ ບໍ່ວ່າຈະເປັນເບື່ອວຽກ, ເບື່ອຫົວໜ້າ, ເບື່ອລູກນ້ອງ, ເບື່ອເພື່ອນຮ່ວມວຽກຢູ່ໂຕະຂ້າງໆ, ບໍ່ມັກບັນຍາກາດໃນຫ້ອງການ, ລົດຕິດ, ເຮືອນຢູ່ໄກ ຫລື ເຮັດວຽກໄປແລ້ວ ບໍ່ເຫັນອະນາຄົດ ແລະອື່ນໆ ເຊິ່ງເຫດຜົນພຽງຂໍ້ດຽວທີ່ກ່າວມາກໍບັ່ນທອນກຳລັງໃຈຢ່າງຍິ່ງ ແລະ ເປັນປັດໄຈທີ່ເຮັດໃຫ້ເກີດຄວາມກຽດຄ້ານໄດ້ຢ່າງງ່າຍດາຍ.