ສະຫະລັດອາເມລິກາ ສະໜັບສະໜູນການສ້າງຊ່ຽວຊານຂະແໜງສາທາລະນະສຸກ ສປປ ລາວ
ນະຄອນຫຼວງວຽງຈັນ, ສປປ ລາວ – ບັນດາເຈົ້າ ໜ້າທີ່ຈາກຂະແໜງສາທາ ລະນະສຸກໄດ້ຊຸດອົບຮົມລະ ບາດວິທະຍາພາກສະໜາມລຸ້ນທີ 9 ໃນວັນທີ 30 ເມສາ ນີ້ ໂດຍການສະໜັບສະໜູນ ຈາກລັດຖະບານສະຫະລັດ ອາເມລິກາ. ທ່ານ ດຣ. ບຸນ ກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ ເປັນກຽດມອບໃບຢັ້ງຢືນ ໃຫ້ຜູ້ຈົບຫລັກສູດ ດັ່ງກ່າວ, ເຊິ່ງ ມີ ທ່ານ ອຸປະທູດໄມໂຄ ຄລາຍ, ທ່ານ ດຣ. ຊິນ ຍົງຊູ ຫົວໜ້າອົງການອະນາໄມ ໂລກປະຈຳພາກພື້ນອາຊີປາ ຊິຟິກ ແລະ ຜູ້ຕາງໜ້າອົງ ການອະນາໄມໂລກປະຈຳ ສປປ ລາວ, Dr Juliet Fleischl ເຂົ້າຮ່ວມນຳ.
+ ສະເໜ່ດຶງດູດຊ່ຽວຊານຫົວກະທິຈາກຕ່າງປະເທດ
+ ຊ່ຽວຊານເຜີຍ “ພໍ່ແມ່ບໍ່ຄວນຕີລູກ” ຊຶ່ງນີ້ຄືເຫດຜົນ
ທ່ານອຸປະທູດ ສະຫະ ລັດອາເມລິກາ ປະຈຳ ສປປ ລາວ ມີຄຳເຫັນໃນພິທີວ່າ: ບັນດາຜູ້ຈົບຊຸດອົບຮົມລະ ບາດວິທະຍາພາກສະໜາມ ແມ່ນເປັນທີ່ຍອມຮັບຈາກ ເຈົ້າຫນ້າທີ່ອາວຸໂສຂອງຂະແໜງສາທາລະນາສຸກລວມ ທັງລະດັບຊາດ ແລະ ລະດັບ ແຂວງໃນດ້ານຄວາມສາ ມາດທາງດ້ານເຕັກນິກໃນ ການຕັດສິນໃຈກັບເຫດການ ຕ່າງໆ ທີ່ເກີດຂຶ້ນ.
ລະບາດວິທະຍາພາກ ສະຫນາມ (FET) ໄດ້ຮັບ ການສ້າງຕັ້ງຂຶ້ນໃນປີ 2009 ແລະ ຜ່ານມາໄດ້ຊ່ວຍເຝິກ ອົບຮົມໃຫ້ແກ່ເຈົ້າໜ້າທີສາທາລະນະສຸກຫຼາຍກວ່າ 70 ທ່ານ ແລະ ເຂົາເຈົ້າສາມາດ ນຳໃຊ້ເຕັກນິກຫຼ້າສຸດໃນ ການກວດພົບ, ການກວດ ສອບ ແລະ ໂຕ້ຕອບໄພຂົ່ມ ຂູ່ ຕໍ່ສຸຂະພາບທີ່ເກີດໃໝ່ທົ່ວ 18 ແຂວງໃນ ສປປ ລາວ. ໄດ້ເປັນຢ່າງດີ.
ໂຄງການດັ່ງກ່າວນີ້ ແມ່ນການສ້າງຄວາມເຂັ້ມ ແຂງໃຫ້ແກ່ເຈົ້າຫນ້າທີ່ໃນ ທຸກລະດັບໃນການໃຊ້ເຕັກ ນິກຕໍ່ກັບເຫດການທີ່ເກີດຂຶ້ນເພື່ອຕອບໂຕ້ຕໍ່ການລະບາດໃນຊຸມປີທີ່ຜ່ານມາ. ບັນດາ ຂັ້ນຕອນເຫຼົ່ານີ້ ຍັງເປັນການ ສ້າງຄວາມເຂັ້ມແຂງໃຫ້ ແກ່ຊຸດອົບຮົມລະບາດວິທະຍາພາກສະໜາມຮຸ້ນໃຫມ່ ໃຫ້ຈົບການເຝິກອົບຮົມ ແລະ ກັບຄືນໄປເຮັດວຽກຂອງ ຕົນທີ່ຖືກມອບໝາຍມີຜົນ ສຳເລັດ./.