ລ້ຽງເປັດຂາຍໄຂ່ ສ້າງລາຍໄດ້ລ້ຽງຄອບຄົວຫລາຍກວ່າ 100 ລ້ານກີບຕໍ່ປີ
ຄອບຄົວຂອງ ທ່ານ ນາງ ບຸນຮຽງ ຊາມຸນຕີ ອາຍຸ 53 ປີ ຢູ່ບ້ານ ເກີນເໜືອ ເມືອງ ທຸລະຄົມ ແຂວງ ວຽງ ຈັນ ເປັນອີກຄອບຄົວໜຶ່ງ ທີ່ ສ້າງລາຍຮັບຈາກການລ້ຽງເປັດແມ່ພັນໄຂ່ ເຊິ່ງເພິ່ນໄດ້ ເລົ່າສູ່ຟັງວ່າ: ຜ່ານມາແມ່ນ ໄດ້ເຮັດອາຊີບປູກຝັງ ແລະ ລ້ຽງສັດໂດຍສະເພາະກໍແມ່ນ ການລ້ຽງໝູພັນຊີ້ນໃນຈຳ ນວນ 100 ກວ່າໂຕ ພາຍໃນ ເວລາ 7 ປີ ແຕ່ມີລາຍຮັບ ພຽງເລັກນ້ອຍເຂົ້າຄອບຄົວ,ຈາກຈຸດນີ້ຕົນເອງ ແລະ ຄອບ ຄົວຈຶ່ງຕັດສິນໃຈຫັນມາ ເລືອກເອົາການລ້ຽງເປັດ ແມ່ພັນໄຂ່ເປັນອາຊີບ, ຕາມ ຄວາມມັກຮັກໃນການລ້ຽງ ສັດຂອງຕົນ, ເຊິ່ງນັບແຕ່ ປີ 2016 ເປັນຕົ້ນມາໂດຍ ໄດ້ອາໄສທຶນຂອງຕົນເອງ ໄປ ຊື້ເປັດແມ່ພັນໄຂ່ໃນຈໍາ ນວນ 2000 ກວ່າໂຕເຂົ້າ ມາລ້ຽງ, ຜ່ານຈາກການ ລ້ຽງສັງເກດເຫັນວ່າ ມັນສາ ມາດສ້າງລາຍຮັບເຂົ້າຄອບ ຄົວບໍ່ຕຳ່ກວ່າ 30 ລ້ານກີບຕໍ່ ເດືອນຈາກການຂາຍໄຂ່.

ການເບິ່ງແຍງຮັກສາ ກໍບໍ່ມີຄວາມຫຍຸ້ງຍາກປານ ໃດພຽງແຕ່ປະຕິບັດຕາມ ຂັ້ນຕອນຂອງ ວິທີການ ລ້ຽງ ເຊັ້່ນ: ການຢອດຢາ ໃຫ້ເປັດ ແມ່ພັນໄຂ່ທີ່ນຳ ເຂົ້າມາລ້ຽງ, ໃຫ້ອາຫານທີ່ຖືກຕ້ອງ ແລະ ລວມທັງການບົວລະບັດຮັກ ສາເປັດ ແມ່ພັນໃຫ້ດີ.
ເປັດແມ່ພັນທີ່ຊື້ເຂົ້າ ມາລ້ຽງແມ່ນໂຕໜຶ່ງ 30.000 ກີບ ລ້ຽງມາໄລ ຍະໜຶ່ງສາມາດໃຫ້ໄຂ່ ໄດ້ໃນ ແຕ່ລະມື້ໄຂ່ໜ່ວຍ ໃຫຍ່ຂາຍ ໄດ້ແຕະໜຶ່ງ 30.000 ກີບ ແລະ ໄຂ່ ໜ່ວຍນ້ອຍ 25.000 ກີບ ຕໍ່ແຕະ.
ມື້ໜຶ່ງສາມາດຂາຍໄດ້ ປະມານ 900.000 ກີບ ຫາ 1.000.000ກີບ ຈາກ ການສົ່ງຂາຍໃຫ້ແມ່ຄ້າ ຕາມຕະຫລາດຕ່າງໆ ພາຍ ໃນແຂວງ ແລະ ເປັດແມ່ພັນ ໂຕໜຶ່ງສາມາດໃຫ້ໄຂ່ໄດ້ພາຍ ໃນ ໄລຍະເວລາສອງປີ ແລ້ວກໍ ຂາຍອອກໃນລາຄາໂຕ ໜຶ່ງ 15.000 ກີບ ເຊິ່ງ ເປັນ ລາຄາຂາຍຍົກ, ສໍາລັບຫົວອາ ຫານແມ່ນນໍາ ເຂົ້າມາຈາກ ບໍລິສັດຊີພີຢູ່ນະຄອນຫຼວງ ວຽງຈັນ,ໃນລາຄາເປົາໜຶ່ງ 90.000 ກວ່າກີບ, ມື້ໜຶ່ງ ຈະເກືອປະມານ 9 ເປົາ,ນອກ ຈາກນີ້ ຂີ້ເປັນກໍສາມາດ ຂາຍ ໄດ້ໃນລາຄາ 4000 ກີບ ຕໍ່ເປົາ, ປັດຈຸບັນມີໜອງປາ ຢູ່ສອງໜອງສາມາດປ່ອຍ ປາປະມານ 10.000 ກວ່າ ໂຕ ເຊັ່ນວ່າ: ປານິນ, ປາໄນ ແລະ ປາອື່ນໆ.
ສັງລວມແລ້ວຄອບຄົວຂອງເພີ່ນ ແມ່ນສາມາດສ້າງ ເສດຖະກິດຄອບຄົວຈາກ ການປູກຝັງ – ລ້ຽງສັດ ແລະ ອື່ນໆໃນແຕ່ລະປີມີ ລາຍຮັບໄດ້ປະມານ 100 ຫາ 150 ລ້ານກວ່າກີບ.
ປັດຈຸບັນຄອບຄົວຂອງເພີ່ນມີສະມາຊິກທັງໝົດ 7ຄົນ ມີແຮງງານຕົ້ນຕໍ 2 ຄົນ, ມີເນື້ອທີ່ດິນທັງໝົດ 3ເຮັກຕາ, ມີເຮືອນຖາວອນ 2ຫຼັງ, ມີລົດໃຫຍ່ 2 ຄັນ ແລະ ລົດຈັກ 4 ຄັນ ພ້ອມ ດ້ວຍເງິນອີກຈຳນວນໜຶ່ງ ເພື່ອເປັນທຶນຮອນໃນຍາມ ສຸກເສີນ./.