ຫລວງພະບາງ ຢູໄນເຕັດ ສະເໝີ ໂຕໂຢຕ້າ ເອັຟຊີ 1-1
April 30, 2018 - 7:02 PM
ສະໂມສອນຫລວງພະບາງ ຢູໄນເຕັດ ລົງສະໜາມສະເໝີ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ 1-1 ໃນວັນທີ 29 ເມສາຜ່ານມານີ້ ທີ່ສະໜາມກິລານະຄອນຫລວງພະບາງ. ຂະນະທີ່ ສະໂມສອນມາສເຕີ 7 ເອັຟຊີ ເສຍໃຫ້ ສະໂມສອນ ປກສ ເອັຟຊີ ຂອງການແຂ່ງຂັນເປບຊີ ລາວພຣີເມຍລີກ 2018.
ການແຂ່ງຂັນເປບຊີ ລາວພຣີເມຍລີກ 2018 ໄດ້ດໍາເນີນມາເປັນອາທິດທີ 6 ເຊິ່ງມີ 3 ຄູ່ທີ່ໄດ້ລົງແຂ່ງຂັນຄື: ວັນທີ 28 ເມສາ ສະໂມສອນສະຫວັນ ຢູໄນເຕັດ ສະເໝີ ສະໂມສອນ ກອງທັບ ເອັຟຊີ 1-1; ສ່ວນວັນທີ 29 ເມສາ ມີ 2 ຄູ່ຄື: ສະໂມສອນຫລວງພະບາງ ຢູໄນເຕັດ ສະເໝີ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ 1-1; ສໍາລັບສະໂມສອນມາສເຕີ 7 ເອັຟຊີ ເສຍໃຫ້ ສະໂມສອນ ປກສ ເອັຟຊີ 1-3; ຂະນະທີ່ ສະໂມສອນຊ້າງນ້ອຍ ເອັຟຊີ ຕ້ອງໄດ້ຢຸດການແຂ່ງຂັນ ຍ້ອນມີນັກເຕະເກີນ 3 ຄົນຮັບໃຊ້ທີມຊາດເຂົ້າຮ່ວມການແຂ່ງຂັນຊີງຂັນເຈົ້າຊີວິດປະເທດບຣູໄນ ຈັດຂຶ້ນລະຫວ່າງວັນທີ 20 ເມສາຫາ 5 ພຶດສະພານີ້.