ບໍ່ມີປະສົບການແຕ່ຢາກສ້າງທຸລະກິດເປັນຂອງຕົນເອງ
May 2, 2018 - 12:59 PM


- ສຳຫລວດຄວາມຕ້ອງການຂອງຕະຫລາດ : ເພາະທ່ານຕ້ອງເຂົ້າໃຈພື້ນຖານຂອງແຕ່ລະຄົນວ່າຍ່ອມມີຄວາມແຕກຕ່າງກັນໄປ ເຊິ່ງການສຳຫລວດນີ້ຈະເຮັດໃຫ້ທ່ານຮູ້ວ່າແມ່ນຫຍັງທີ່ກຳລັງເປັນສິ່ງທີ່ຕະຫລາດ ຫລື ຄົນຕ້ອງການ ແນ່ນອນວ່າເປັນສ່ວນສຳຄັນທີ່ສຸດຕໍ່ການເລີ່ມຕົ້ນເຮັດທຸລະກິດສ່ວນໂຕຂອງທ່ານ.
- ປະເມີນໂອກາດທາງທຸລະກິດ : ໂດຍວິທີການປະເມີນທຸລະກິດເບື້ອງຕົ້ນທີ່ງ່າຍທີ່ສຸດແມ່ນການປະເມີນສັກກະຍະພາບຂອງ ຕົນເອງ ແລະ ກຸ່ມຕະຫລາດເປົ້າໝາຍ.
- ສ້າງຄວາມໜ້າເຊື່ອຖື : ນີ້ແມ່ນຫົນທາງສຳຄັນທີ່ຈະຊ່ວຍຫລຸດຈຸດດ້ອຍໃນເລື່ອງການຂາດປະສົບການໄດ້ເປັນຢ່າງດີ ໂດຍ ສະເພາະກັບບໍລິສັດໜ້າໃໝ່ ຫລື ນັກທຸລະກິດໜ້າໃໝ່.
- ໃຊ້ຂອງຟຣີໃຫ້ມີປະໂຫຍດ: ຫາກບໍ່ມີປະສົບການກໍຕ້ອງອາໄສຄວາມທຸ້ມເທ ແລະ ການປະຢັດເປັນຫລັກ ໂດຍທ່ານອາດຫາຂໍ້ມູນ ແລະ ຄຳປຶກສາຈາກຜູ້ຊ່ຽວຊານທາງດ້ານທຸລະກິດທີ່ໃຫ້ບໍລິການຟຣີໃນໂລກສັງຄົມອອນລາຍ.
- ໃຊ້ອິນເຕີເນັດຢ່າງກຸ້ມຄ່າ : ເຊິ່ງປະຈຸບັນຂໍ້ມູນກ່ຽວກັບການເຮັດທຸລະກິດສາມາດຄົ້ນຫາຈາກທາງໂລກອອນລາຍໄດ້ເກືອບໝົດທີ່ມີເຜີຍແຜ່ທາງອິນເຕີເນັດກໍມີຢູ່ເປັນຈຳນວນຫລາຍ ແລະ ຟຣີນຳອີກ.
- ສ້າງຈຸດແຂງ ແລ້ວໃຊ້ໃຫ້ເກີດປະໂຫຍດ : ຜູ້ປະກອບທຸລະ ກິດຈະຕ້ອງສຳຫລວດຕົນເອງກ່ອນວ່າມີຈຸດແຂງໃນເລື່ອງໃດທີ່ຈະສາມາດໄປຕໍ່ສູ້ກັບຄູ່ແຂ່ງໃນຕະຫລາດໄດ້.