ກອງທັບອາເມລິກາຈະຢູ່ໃນຊີຣີ- ອັບການິດສະຖານ ຈົນກວ່າຈະມີສັນຕິພາບ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ພົນເອກ ເຈມສ໌ ແມດທິສ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ກ່າວໃນວັນທີ 1 ພຶດສະພາວ່າ: ເພນຕາກອນຈະບໍ່ຖອນທະຫານອອກຈາກຊີຣີ ຈົນກວ່າຂະບວນການທາງການທູດ ເພື່ອສ້າງສັນຕິພາບ “ຈະມີຜົນ” ແລະ ຈະມີການຫາລືຢ່າງໃກ້ຊິດກັບທ່ານ ສຕາຟຟານ ເດິ ມິສຕູຣາ ທູດພິເສດດ້ານກິດຈະການຊີຣີຂອງສະຫະປະຊາຊາດ (UN) ວ່າອາເມລິກາຈະສາມາດມີສ່ວນຊ່ວຍເຫລືອໃນທາງໃດໄດ້ແດ່.
#US Defence Secretary Jim Mattis says United States will not withdraw from #Syria without restoration of peace in the country, adding “You win the fight and then you win the peace.” pic.twitter.com/cL3g23Hka5
— Rudaw English (@RudawEnglish) May 1, 2018
ທັງນີ້ ຄຳກ່າວຂອງ ພົນເອກ ແມດທິສ ຖືເປັນການສະແດງທ່າທີຢ່າງເປັນທາງການ ແລະ ຈະແຈ້ງທີ່ສຸດເປັນເທື່ອທຳອິດຂອງເພນຕາກອນ ຕໍ່ການທີ່ປະທານາທິບໍດີ ໂດນັນ ທຣຳ ກ່າວຫລາຍເທື່ອໃນເດືອນເມສາຜ່ານມາ ວ່າໜຶ່ງໃນພາລະກິດຮີບດ່ວນຂອງທ່ານ ຄືການນຳເອົາທະຫານອາເມລິກາໃນຊີຣີກັບປະເທດໃຫ້ໄວທີ່ສຸດ ໂດຍອາເມລິກາປະຕິບັດການທາງທະຫານໃນຊີຣີມາແຕ່ປີ 2014 ແລະ ປັດຈຸບັນມີການເປີດເຜີຍຈຳນວນທະຫານອາເມລິກາໃນຊີຣີປະມານ 2.000 ຄົນ ແຕ່ຫລາຍຝ່າຍເຊື່ອໝັ້ນວ່າໃນຄວາມເປັນຈິງ “ມີຫລາຍກວ່ານັ້ນ”.
SecDef Mattis was asked today why Pentagon says Afghanistan is getting better, in face of continued violence. Response was telling: "I don't know that that's been the message from this building, I would not subscribe to that."
— paul mcleary (@paulmcleary) May 1, 2018
ຂະນະດຽວກັນ ພົນເອກ ແມດທິສ ຍັງກ່າວເຖິງສະຖານະການດ້ານຄວາມໝັ້ນຄົງໃນອັບການິດສະຖານວ່າ: ອາເມລິກາ ແລະ ພັນທະມິດອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ເຊິ່ງປັກຫລັກຢູ່ໃນປະເທດມາຫລາຍກວ່າ 16 ປີແລ້ວ ຈະເດີນໜ້າປະຕິບັດພາລະກິດດ້ານຄວາມໝັ້ນຄົງ “ຢ່າງມຸ່ງໝັ້ນ” ຕໍ່ໄປ ເພື່ອການຟື້ນຄືນສັນຕິພາບໃຫ້ແກ່ຊາວອັບການິດສະຖານ ໂດຍການນຳເອົາກຸ່ມຕາລີບັນກັບມາຮ່ວມໂຕະເຈລະຈາ ແລະ ການກຳຈັດກຸ່ມ IS ໃຫ້ໝົດໄປ ເຊິ່ງໜຶ່ງໃນພາລະກິດສຳຄັນຄືການຮັກສາຄວາມສະຫງົບຮຽບຮ້ອຍໃນໄລຍະກ່ອນ ແລະ ຫລັງການເລືອກຕັ້ງສະມາຊິກສະພາຜູ້ແທນລາຊະດອນຂອງອັບການິດສະຖານ ເຊິ່ງກຳນົດໄວ້ໃນວັນທີ 20 ຕຸລານີ້.