ຕໍາຫລວດຫົວພັນຈັບຜູ້ຄ້າຢາເສບຕິດລາຍໃຫຍ່ພ້ອມຂອງກາງເຮໂຣອິນ 13,7 ກິໂລ
ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ ປກສ ແຂວງຫົວພັນສາມາດຈັບຕົວທ້າວ ຈັນເພັງ ອາຍຸ 45 ປີບ້ານປາກຮາວເໜືອ ແລະ ທ້າວ ພົງສັກ ອາຍຸ 44 ປີຢູ່ບ້ານດ່ານ, ເມືອງຫ້ວຍຊາຍແຂວງບໍ່ແກ້ວມາດໍາເນີນຄະດີ, ພາຍຫລັງໄດ້ຮ່ວມຄ້າຂາຍຢາເສບຕິດປະເພດເຮໂຣອິນນໍ້າໜັກ 13,7 ກິໂລ. ຂະນະທີ່ຜູ້ຮ່ວມຂະບວນການ ອີກໜຶ່ງຄົນສາມາດຫລົບໜີໄປໄດ້.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງມີພົນລະເມືອງດີໄດ້ລາຍງານວ່າຈະມີການລັກລອບຂົນສົ່ງຢາເສບຕິດຈາກປະເທດມຽນມາເຂົ້າມາໃນເຂດບ້ານບັກເມືອງວຽງໄຊແຂວງຫົວພັນ, ຈຶ່ງຈັດກໍາລັງລົງຕິດຕາມ ແລະ ພົບເປົ້າໝາຍ 3 ຄົນ ທີ່ກຳລັງມີການຕົກລົງຊື້-ຂາຍຢາເສບຕິດຢູ່ເຮືອນຫລັງໜຶ່ງທີ່ບ້ານດັ່ງກ່າວ, ຈຶ່ງໄດ້ນໍາກໍາລັງເຂົ້າຈັບກຸມຕົວໄດ້ 2 ຄົນຄື: ທ້າວ ຈັນເພັງ ແລະ ທ້າວ ພົງສັກ ແລະ ອີກໜຶ່ງຄົນຊື່ທ້າວ ປໍວີ ເຈົ້າຂອງເຮືອນແມ່ນເອົາຕົວຫລົບໜີໄປໄດ້.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວໄດ້ຮັບສາລະພາບວ່າ: ເມື່ອຕົ້ນເດືອນເມສາຜ່ານມາ, ທ້າວ ປໍວີ ໄດ້ມາຫາພວກຕົນວ່າຕ້ອງການເຮໂຣອິນຈໍານວນຫລາຍ, ຈຶ່ງໄດ້ຕິດຕໍ່ເອົານໍາຂະບວນການດຽວກັນຢູ່ປະເທດມຽນມາເອົາມາສົ່ງໃຫ້ຢູ່ທ່າເຮືອແຄມນ້ຳຂອງ, ຈາກນັ້ນໄດ້ເອົາຢາເສບຕິດຝາກໄປນໍາລົດໂດຍສານໄປຊໍາເໜືອເພື່ອຫລົບຫລີກເຈົ້າໜ້າທີ່, ສ່ວນພວກຕົນແມ່ນໄດ້ຂັບລົດກະບະໄປລັດຖ້າລົດໂດຍສານຢູ່ 3 ແຍກປາກມອງ, ພໍຮອດທີ່ໝາຍທ້າວ ຈັນເພັງ ໄດ້ຂຶ້ນລົດໂດຍສານເພື່ອຕິດຕາມຢາເສບຕິດ, ສ່ວນທ້າວ ພົງສັກ ໄດ້ຂັບລົດກະບະໄປຖ້າຢູ່ແຂວງຫົວພັນ ແລະ ພໍມາຮອດກໍໄດ້ໄປເຮືອນ ປໍວີ ເພື່ອຕົກລົງຊື້-ຂາຍຢາເຮໂຣອິນ ແລະ ໃນຂະນະນັ້ນກໍມີເຈົ້າໜ້າທີ່ເຂົ້າກັກຕົວ.
ປັດຈຸບັນ, ຄະດີຢາເສບຕິດລາຍໃຫຍ່ນີ້, ເຈົ້າໜ້າທີ່ກຳລັງເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.