ປີທອງ ! ຊາລາ ສືບຕໍ່ຮັບລາງວັນໃຫຍ່ຕໍ່ເນື່ອງ
ໂມຮາເໝັດ ຊາລາ ດາວເຕະທີມຊາດເອຢິບຂອງທີມ ລິເວີພູລ ຄວ້າລາງວັນນັກເຕະດີເດັ່ນແຫ່ງປີ ຂອງສະມາຄົມນັກຂ່າວບານເຕະຂອງອັງກິດ (FWA) ໃນລະດູການນີ້ໄປຄອງໄດ້ອີກລາງວັນ ຫລັງກ່ອນໜ້ານີ້ ຊາລາ ຫາກໍໄດ້ຮັບລາງວັນນັກເຕະດີເດັ່ນແຫ່ງປີຈາກສະມາຄົມນັກເຕະອາຊີບຂອງອັງກິດ (PFA) ໃນອາທິດຜ່ານມາ.
ຊາລາ ໄດ້ຮັບຄະແນນໂຫລດເອົາຊະນະ ເຄວິນ ເດິ ບຣອຍ ກອງກາງທີມແມນເຊັສເຕີ ຊິຕີ ລວມທັງ ແຮຣີ ເຄນ ກອງໜ້າຈາກສະເປີ ເຊິ່ງລາງວັນນັກເຕະດີເດັ່ນແຫ່ງປີຂອງສະມາຄົມນັກຂ່າວຈະມີພິທີມອບລາງວັນໃນນະຄອນຫລວງລອນດອນ ປະເທດອັງກິດ ໃນວັນທີ 10 ພຶດສະພານີ້.
ດາວເຕະອາຍຸ 25 ປີ ຫລິ້ນໄດ້ຢ່າງສຸດຍອດໃນລະດູການນີ້ ຍິງປະຕູໃຫ້ທີມ ລິເວີພູລ ເຖິງ 43 ປະຕູ ແລະ ນຳເປັນດາວຊັລໂວສູງສຸດຂອງ ພຣີເມຍລີກ ໃນປັດຈຸບັນຈາກການຍິງ 31 ປະຕູ. ນອກຈາກນີ້ ຍັງພາທີມ ລິເວີພູລ ຢູ່ໃນເສັ້ນທາງລຸ້ນແຊ້ມ ຢູຟາ ແຊມປ້ຽນລີກ ໃນຕອນນີ້.