ທີມຊາດລາວໄປບໍ່ເຖິງຝັນຕົກຮອບຊີງຂັນເຈົ້າຊີວິດບຣູໄນ
May 2, 2018 - 6:23 PM

ນັກກິລາທີມຊາດລາວໄປບໍ່ເຖິງຝັນຕົກຮອບຂອງການແຂ່ງຂັນຊີງຂັນເຈົ້າຊີວິດປະເທດບຣູໄນ ເຊິ່ງຈັດຂຶ້ນລະຫວ່າງວັນທີ 20 ເມສາ ຫາ 5 ພຶດສະພາ ພາຍຫລັງທີ່ທີມຊາດກໍາປູເຈຍ ເອົາຊະນະ ທີມຊາດ ສິງກະໂປ 1-0 ໃນວັນ 30 ເມສາຜ່ານມານີ້.
ການແຂ່ງຂັນຊີງຂັນເຈົ້າຊີວິດປະເທດບຣູໄນຄັ້ງນີ້ມີ 7 ປະເທດເຂົ້າຮ່ວມ ໂດຍແບ່ງອອກເປັນ 2 ກຸ່ມຄື: ກຸ່ມ ເອ ປະກອບມີ: ທີມຊາດຕີມໍ ເລສເຕ, ມຽນມາ, ບຣູໄນ ແລະ ໄທ; ສ່ວນກຸ່ມ ບີ: ລາວ, ສິງກະໂປ ແລະ ກຳປູເຈຍ.
ນັກກິລາທີມຊາດລາວ ລົງສະໜາມ 2 ຄັ້ງຄື: ລົງສະໜາມຄັ້ງທໍາອິດໃນວັນທີ 25 ເມສາ ເສຍໃຫ້ ທີມຊາດສິງກະໂປ 1-5; ລົງສະໜາມຄັ້ງທີ 2 ຊະນະ ທີມຊາດກໍາປູເຈຍ 2-1 ລວມມີ 3 ຄະແນນ ສົ່ງຜົນຕົກຮອບ ພາຍຫລັງ ກໍາປູເຈຍ ຊະນະ ສິງກະໂປ.