ເຊກອງ-ກອນຕຸມ ຕີລາຄາການຮ່ວມມືສອງຝ່າຍ
ກອງປະຊຸມພົບປະແລກ ປ່ຽນບົດຮຽນດ້ານການພົວ ພັນຮວ່ມມືລະຫວ່າງແຂວງ ເຊກອງ ແລະ ແຂວງ ກອນຕຸມ ສສ ຫວຽດນາມ ໄດ້ມີຂຶ້ນໃນ ວັນທີ 26-27 ເມສາ ນີ້, ທີ່ເຊ ກອງ, ຝ່າຍລາວນຳໂດຍ ທ່ານ ຄຳເຜີຍ ບຸດດາວຽງ ກຳມະ ການສູນກາງພັກເລຂາພັກ ແຂວງ ເຈົ້າແຂວງເຊກອງ ແລະ ຝ່າຍຫວຽດນາມນຳໂດຍ ທ່ານ ຫງວຽນ ວັນ ຮຸ່ງ ກຳມະ ການສູນກາງພັກ ເລຂາພັກ ແຂວງ ປະທານສະພາປະຊາ ຊົນແຂວງກອນຕຸມ, ເຊິ່ງທັງ ສອງຝ່າຍໄດ້ຕີລາຄາສູງຕໍ່ ໝາກຜົນຂອງການພົວພັນ ຮ່ວມມືທີ່ມີມາສອງຝ່າຍໃນໄລຍະຜ່ານມາເປັນຕົ້ນດ້ານການ ພັດທະນາພື້ນຖານໂຄ່ງລ່າງ, ວຽກງານສຶກສາ, ວັດທະນະ ທໍາ-ສັງຄົມ, ວຽກງານກະສິ ກໍາ-ປ່າໄມ້, ວຽກງານປ້ອງ ກັນຊາດປ້ອງກັນຄວາມສະ ຫງົບການພັດທະນາຊີວິດ ການເປັນຢູ່ຂອງປະຊາຊົນ ບັນດາ ເຜົ່າຂອງສອງແຂວງ ທີ່ອາໄສຢູ່ຕາມເຂດຊາຍ ແດນ, ມີການປ່ຽນແປງດີ ຂຶ້ນ, ອັນເປັນປັດໄຈສຳຄັນ ປະກອບສ່ວນເຂົ້າໃນການ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ຄວາມສາ ມັກຄີແບບພິເສດລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງແຂວງນັບມື້ ກ້າວສູ່ລວງເລິກ.
+ ເຊກອງແລກປ່ຽນບົດຮຽນໃນການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການດຳເນີນຄະດີການຄ້າມະນຸດ
+ ລາວ-ຫວຽດນາມ ແລກປ່ຽນບົດຮຽນວຽກງານສະພາປະຊາຊົນຂັ້ນແຂວງ
ໃນຕອນທ້າຍ ຂອງ ກອງປະຊຸມໄດ້ມີພິທີເຊັນ ບົດບັນທຶກຊ່ວຍຈຳດ້ານ ການພົວພັນຮ່ວມມືຮອບ ດ້ານ, ເຊິ່ງທັງສອງຝ່າຍ ເຫັນດີເປັນເອກະພາບເພີ່ມ ທະວີການພົວພັນຮ່ວມມື ຮອບດ້ານລະຫວ່າງສອງ ຝ່າຍໃຫ້ເລິກເຊິ່ງ ແລະ ກວ້າງຂວາງນຳເອົາຜົນ ປະໂຫຍດຕົວຈິງມາສູ່ປະ ຊາຊົນສອງແຂວງໃຫ້ມີ ປະສິດທິຜົນສູງຂຶ້ນ./.