ລາວ-ໄທເພີ່ມທະວີຮ່ວມມືແກ້ໄຂບັນຫາຢາເສບຕິດຕາມຊາຍແດນ
ກອງປະຊຸມປຶກສາຫາລືການຮ່ວມມືແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນລະຫວ່າງກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ອັກຄະຣາຊະທູດທີ່ປຶກສາດ້ານການຄວບຄຸມຢາເສບຕິດສະຖານທູດໄທປະຈຳລາວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍສອງຝ່າຍເຫັນດີເພີ່ມທະວີການກວດກາ, ແລກປ່ຽນຂໍ້ມູນຂ່າວສານສະພາບການຂອງຢາເສບຕິດຕາມຊາຍແດນ, ລວມທັງການຊ່ວຍເຫລືອດ້ານອຸປະກອນ ແລະ ຝຶກອົບຮົມຄວາມຮູ້ພື້ນຖານໃຫ້ເຈົ້າໜ້າທີ່ວິໄຈຢາເສບຕິດ, ການຮ່ວມມືດ້ານການບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ເພື່ອຮ່ວມກັນແກ້ໄຂສິ່ງຫຍໍ້ທໍ້ນີ້ໃນສະເພາະໜ້າ ແລະ ຍາວນານໃຫ້ມີປະສິດທິ.
ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ແມ່ນປະຕິບັດຕາມບົດບັນທຶກກອງປະຊຸມສອງຝ່າຍລາວ-ໄທວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດຄັ້ງທີ 16 ທີ່ນະຄອນຫລວງວຽງຈັນໃນປີ 2017 ຝ່ານມາ ແລະ ບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດລະຫວ່າງແຂວງສະຫວັນນະເຂດ ແລະ ຈັງຫວັດມຸກດາຫານແຫ່ງຣາຊະອານາຈັກໄທໃຫ້ໄດ້ຮັບຜົນ ແລະ ໃນໂອກາດນີ້, ຝ່າຍໄທໄດ້ມອບເຄື່ອງອຸປະກອນເຕັກນິກວິຊາສະເພາະຕ້ານຢາເສບຕິດຈຳນວນໜຶ່ງໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ.