ເລຂາທິການ ສປຊ ເຕືອນບໍ່ໃຫ້ຄິດ ຂວ້ຳບາດຂໍ້ຕົກລົງນິວເຄຼຍອີຣານ
ທ່ານ ອັນໂຕນິໂອ ກູເຕຣເຣ ເລຂາທິການສະຫະປະຊາຊາດ ຖະແຫລງເຕືອນໃນວັນທີ 3 ພຶດສະພານີ້ ບໍ່ໃຫ້ຄິດຍົກເລີກຂໍ້ຕົກລົງນິວເຄຼຍທີ່ປະເທດມະຫາອຳນາດເຊັນໄວ້ກັບອີຣານ ຍົກເວັ້ນວ່າຈະມີທາງເລືອກທີ່ດີກວ່າ.
ກ່ອນໜ້ານີ້, ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ຂູ່ຈະຖອນຕົວຈາກຂໍ້ຕົກລົງນິວເຄຼຍ ຈົນນຳໄປສູ່ຄວາມເຄັ່ງຕຶງທາງການທູດກັບອີຣານ ລວມທັງພັນທະມິດຂອງອາເມລິກາທີ່ຕ້ອງການຮັກສາຄຳສັນຍາຕາມຂໍ້ຕົກລົງໄວ້. ເລຂາທິການ ສປຊ ໃຫ້ສຳພາດສະຖານີວິທະຍຸບີບີຊີ ເຣດິໂອ 4 ວ່າ: ໃນຕໍ່ໜ້າ ຖ້າມີຂໍ້ຕົກລົງທີ່ດີກວ່າກໍໃຊ້ແທນໄດ້, ແຕ່ຍັງບໍ່ຄວນຍົກເລີກຂໍ້ຕົກລົງໃນປັດຈຸບັນ ຖ້າຍັງບໍ່ມີທາງເລືອກທີ່ດີກວ່າ. ທ່ານເຊື່ອວ່າຂໍ້ຕົກລົງນິວເຄຼຍອີຣານຖືເປັນໄຊຊະນະທາງການທູດຄັ້ງສຳຄັນ ແລະ ຄິດວ່າຄວນຮັກສາໄວ້ ໃນຂະນະທີ່ ພາກພື້ນຕົກຢູ່ໃນສະພາບອັນຕະລາຍຫລາຍແລ້ວ. ຖະແຫລງການຂອງທ່ານ ກູເຕຣເຣສ ລະບຸວ່າ: ທ່ານເຂົ້າໃຈດີເຖິງຄວາມກັງວົນຂອງບາງປະເທດທີ່ມີຕໍ່ອິດທິພົນຂອງອີຣານກັບປະເທດອື່ນໆໃນພາກພື້ນ ແຕ່ບໍ່ຄວນນຳບັນຫານີ້ມາກ່ຽວຂ້ອງກັນ.