ລົດໄຟເຫາະຕີລັງກາຄ້າງ 2 ຊົ່ວໂມງ ຢູ່ສວນສະຫນຸກຍູນິເວີແຊລຍີ່ປຸ່ນ
ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ໃນວັນທີ 2 ພຶດສະພານີ້, ໄດ້ມີຜູ້ໂດຍສານ 64 ຄົນ ຕ້ອງຄ້າງຢູ່ເທິງຂະບວນລົດໄຟຕີລັງກາດົນເທິງ 2 ຊົ່ວໂມງ ເພາະລົດໄຟຢຸດສຸກເສີນທີ່ສວນສະໜຸກຢູູນິເວີແຊລ ເມືອງໂອຊາກາ ປະເທດຍີ່ປຸ່ນ.
ສວນສະໜຸກດັ່ງກ່າວ ລາຍງານໃຫ້ຮູ້ວ່າ: ຂະບວນລົດໄຟເຫາະຕີລັງກາ 2 ຂະບວນຂອງລົດໄຟເຫາະ ຟາຍອິ້ງ ໄດໂນເສົາ ຕ້ອງຢຸດກະທັນຫັນລະຫວ່າງກຳລັງແລ່ນຢູ່ ໃນວັນທີ 2 ພຶດສະພາ ສົ່ງຜົນໃຫ້ລົດໄຟເຫາະ 2 ຂະບວນເທິງເສັ້ນທາງຍາວ 1.100ແມັດ ຕ້ອງຄ້າງຢູ່ເໜືອລະດັບຄວາມສູງ 30 ແມັດຈາກພື້ນດິນ ໂດຍມີຜູ້ໂດຍສານ 64 ຄົນນຳກັນຕ້ອງນັ່ງຕິດຢູ່ກັບບ່ອນນັ່ງໃນສະພາບຫົວຢ່ອນລົງມາ.
ສວນສະໜຸກແຫ່ງນີ້ມີຜູ້ໃຊ້ບໍລິການຢ່າງຫລວງຫລາຍ ເພາະຢູ່ໃນຊ່ວງວັນພັກອາທິດທອງ ວັນຢຸດຍາວຕໍ່ເນື່ອງຂອງປະເທດຍີ່ປຸ່ນ ແຕ່ຜູ້ໂດຍສານທັງໜົດໄດ້ຮັບການຊ່ວຍເຫລືອລົງມາຢ່າງປອດໄພ ພຽງແຕ່ຜູ້ໂດຍສານຄົນສຸດທ້າຍຕ້ອງຕິດຢູ່ດົນເຖິງ 2 ຊົ່ວໂມງ ຈຶ່ງໄດ້ຮັບການຊ່ວຍເຫລືອລົງມາສຳເລັດ.
ທາງສວນສະໜຸກຢູນິເວີແຊລ ສະຕູດິໂອ ເຈແປນ ໄດ້ກ່າວຂໍອະໄພຜູ້ທີ່ມາທ່ຽວສຳລັບບັນຫາເຫດຂັດຂ້ອງທີ່ເກີດຂຶ້ນ ໂດຍລະບຸວ່າສາເຫດມາຈາກມໍເຕີຄວບຄຸມເທິງລາງລົດໄຟເຫາະ ໄດ້ຢຸດສະງັກເປັນຊົ່ວຄາວເຄື່ອງຫລິ້ນກໍກັບມາໃຊ້ງານໄດ້ຕາມປົກກະຕິອີກຄັ້ງຫລັງກວດສອບ ແລະ ສ້ອມແປງເປັນທີ່ຮຽບຮ້ອຍ.