ກະຊວງສຶກສາກຽມຕ້ອນຮັບເຈົ້າຊາຍແຫ່ງລິກເຕນສະໄຕ

- 332111 - ກະຊວງສຶກສາກຽມຕ້ອນຮັບເຈົ້າຊາຍແຫ່ງລິກເຕນສະໄຕ
- kitchen vibe - ກະຊວງສຶກສາກຽມຕ້ອນຮັບເຈົ້າຊາຍແຫ່ງລິກເຕນສະໄຕ

ລັດຖະບານລາວໄດ້ ມອບໝາຍໃຫ້ກະຊວງສຶກ ສາທິການ ແລະ ກິລາຮ່ວມ ກັບກະຊວງການຕ່າງ ປະ ເທດ, ກະຊວງສາທາລະນະ ສຸກ, ມະຫາວິທະຍາໄລ ແລະ ໂຮງຮຽນຕ່າງໆ ແຕ່ງຕັ້ງຄະ ນະຮັບຜິດຊອບ ເພື່ອກະກຽມ ຄວາມພ້ອມໃນການຕ້ອນ ຮັບເຈົ້າຊາຍ ອັລເຟດ ແຫ່ງ ປະເທດລິກເຕນສະໄຕ ທັງ ເປັນປະທານສະພາທີ່ປຶກສາ ຂອງມູນນິທິສັນຕິພາບໂລກ ໃນ ໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-13 ພຶດສະພານີ້ ແລະ ໃນວັນ ທີ 2 ພຶດສະພາ ນີ້, ກະຊວງ ສຶກສາທິການ ແລະ ກິລາ, ກໍໄດ້ຈັດກອງປະຊຸມເພື່ອ ກວດກາໜ້າວຽກ, ໂດຍ ການເປັນປະທານຂອງ ທ່ານ ຄໍາຜາຍ ສີສະຫວັນ ຮອງ ລັດຖະມົນຕີກະຊວງດັ່ງກ່າວ ແລະ ຄະນະຮັບຜິດຊອບ ຈາກຫຼາຍພາກສ່ວນເຂົ້າ ຮ່ວມ ເພື່ອກວດກາໜ້າວຽກ ໃນການກະກຽມຕ້ອນຮັບ ເຈົ້າຊາຍ ອັລເຟດ, ໃນໂອ ກາດທີ່ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ລາວ ຢ່າງເປັນທາງການ ຄັ້ງທໍາ ອິດ ໃນລະຫວ່າງວັນທີ 5- 13 ພຶດສະພາ ນີ້, ເຊິ່ງແຕ່ລະ ພາກສ່ວນ ກໍໄດ້ລາຍງານ ຄວາມຄືບໜ້າຂອງການກະກຽມຕ້ອນຮັບ ໂດຍສະເພາະ ແມ່ນກໍາມະການ, ພິທີການ, ທາງດ້ານລົດ, ໂຮງແຮມ ແລະ ສະຖານທີ່ຕ່າງໆ ພ້ອມ ທັງປຶກສາຫາລືແລກປ່ຽນ ຄໍາຄິດຄໍາເຫັນ ແລະ ແກ້ໄຂ ບັນຫາທີ່ຍັງບໍ່ພ້ອມໃນການກະກຽມດັ່ງກ່າວ.

 

- Visit Laos Visit SALANA BOUTIQUE HOTEL - ກະຊວງສຶກສາກຽມຕ້ອນຮັບເຈົ້າຊາຍແຫ່ງລິກເຕນສະໄຕ

- 321 1 - ກະຊວງສຶກສາກຽມຕ້ອນຮັບເຈົ້າຊາຍແຫ່ງລິກເຕນສະໄຕ

ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ

ສະມາຊິກສະພາແຫ່ງຊາດເຂດທີ 1 ພົບປະພະນັກງານຫລັກແຫລ່ງກະຊວງສຶກສາທິການ ແລະ ກິລາ

ສໍາລັບວາລະການ ເຄື່ອນໄຫວຂອງ ເຈົ້າຊາຍ ອັລເຟດ ຢູ່ລາວ ເພື່ອໂຄສະ ນາເຜີຍແຜ່ກ່ຽວກັບກອງປະຊຸມສໍາມະນາໃນຫົວຂໍ້ “Bridges-Dialogues towards a Culture of Peace” ໃນວັນທີ 5 ພຶດ ສະພາ ເຈົ້າຊາຍ ອັລເຟດ ໄດ້ ເດີນທາງມາເຖິງນະຄອນ ຫຼວງວຽງຈັນ; ວັນທີ 6 ພຶດ ສະພາ ໄປຢ້ຽມຊົມພະທາດ ຫຼວງວຽງຈັນ ແລະ ປະຕູໄຊ, ຫໍພະແກ້ວ ແລະ ວັດສີສະ ເກດ; ວັນທີ 7 ພຶດສະພາ ເຂົ້າ ຢ້ຽມຂຳນັບ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເຂົ້າຢ້ຽມຂຳນັບ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ເຂົ້າຢ້ຽມ ຂຳນັບ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາ ທາລະນະສຸກ ແລະ ເຂົ້າຢ້ຽມ ຄໍານັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນ ຕີແຫ່ງ ສປປ ລາວ; ວັນທີ 8 ພຶດ ສະ ພາຢ້ຽມຢາມມະຫາວິມທະຍາໄລວິທະຍາສາດສຸຂະ ພາບ, ມະຫາວິທະຍາໄລ ແຫ່ງຊາດ ແລະ ອື່ນໆອີກ.

- 332111 - ກະຊວງສຶກສາກຽມຕ້ອນຮັບເຈົ້າຊາຍແຫ່ງລິກເຕນສະໄຕ

- 5 - ກະຊວງສຶກສາກຽມຕ້ອນຮັບເຈົ້າຊາຍແຫ່ງລິກເຕນສະໄຕ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!