ຕຳຫລວດເມືອງນາຊາຍທອງ ຈັບຄົນຮ້າຍກໍ່ຄວາມບໍ່ສະຫງົບມາດຳເນີນຄະດີ
ເມື່ອບໍ່ດົນມານີ້, ເຈົ້າ ໜ້າ ທີ່ ປກສ ເມືອງນາຊາຍ ທອງ ນະຄອນຫລວງວຽງຈັນ, ໄດ້ ຈັບຕົວທ້າວ ວົງປະດິດ ອາຍຸ 28 ປີຢູ່ບ້ານໂພນຄຳ ເມືອງ ສີໂຄດຕະບອງນະຄອນ ຫລວງວຽງຈັນມາດໍາເນີນຄະ ດີຕາມກົດໝາຍ, ພາຍຫລັງ ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ຕ່າງໆ ແລະ ໃຊ້ປືນຍິງນາຍ ບ້ານນາສ້ຽວເມືອງນາຊາຍ ທອງໄດ້ຮັບບາດເຈັບກ່ອນ ເອົາຕົວຫລົບໜີ ແລະ ເຈົ້າໜ້າ ທີ່ສາມາດນໍາຈັບຕົວໄດ້.
+ ປກສ ເມືອງສີສັດຕະນາກມອບຊັບຄືນເຈົ້າຂອງ
+ ປກສ ແຂວງຫລວງນ້ຳທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດຳເນີນຄະດີ
ຄະດີມີຢູ່ວ່າ: ໃນປີ 2012 ທ້າວ ວົງປະດິດ ໄດ້ຄົບຫາກັບ ລູກສາວນາຍບ້ານໄດ້ປະມານ 3-4 ເດືອນ,ຈາກນັ້ນແຟນ ສາວໄດ້ບອກເລີກຍ້ອນຜູ້ກ່ຽວພົວພັນກັບເສບຢາເສບຕິດ, ຈຶ່ງ ເຮັດໃຫ້ທ້າວວົງປະດິດບໍ່ ພໍ ໃຈ ແລະ ໄດ້ຕິດຕາມກໍ່ກວນ ຄອບຄົວຂອງຝ່າຍຍິງດ້ວຍ ວິທີຕ່າງໆ ເປັນຕົ້ນ: ເອົາຂອງ ເປີະເປື້ອນດຶກແກວ່ງໃສ່ ເຮືອນ ຂອງ ແຟນສາວຢູ່ເຂດ ບ້ານ ວັດໄຕທົ່ງເມືອງສີໂຄດຕະ ບອງຫລາຍຄັ້ງ ແລະ ໃນທ້າຍ ປີ 2012 ກໍໄດ້ເອົາແກ້ວນ້ຳ ມັນດຶກໃສ່ຈົນໄດ້ຮັບຄວາມ ເສຍຫາຍ, ຈາກນັ້ນຄອບຄົວ ຝ່າຍຍິງໄດ້ຍົກຍ້າຍມາສ້າງ ເຮືອນໃໝ່ຢູ່ ບ້ານນາສ້ຽວ ແລະ ຕົກມາຮອດປີ 2017, ພາຍຫລັງຜູ້ກ່ຽວຮູ້ວ່າ ຄອບ ຄົວຝ່າຍຍິງ ຍ້າຍມາຢູ່ບ້ານ ດັ່ງກ່າວກໍໄດ້ ມາກໍ່ກວນແບບ ເກົ່າຫລາຍຄັ້ງດ້ວຍການ ເອົາກ້ອນຫີນ, ທ່ອນໄມ້ ແລະ ວັດຖຸຕ່າງໆ ດຶກໃສ່ເຮືອນ, ໃສ່ລົດໃຫຍ່ຈົນໄດ້ຮັບ ຄວາມ ເສຍຫາຍ ແລະ ມາໃນວັນ ທີ 24 ເມສາ 2018 ຜູ້ກ່ຽວ ໄດ້ເອົານ້ຳມັນ ແອັດຊັງ 2 ກວດ ແລ້ວຈູດໄຟດຶກໃສ່ ເຮືອນແລ້ວຂີ່ລົດຈັກຫລົບ ໜີ ແລະ ໃນຂະນະນັ້ນນາຍ ບ້ານນາສ້ຽວ ແລະ ປະຊາ ຊົນ ໄດ້ຂັບລົດໃຫຍ່ໄລ່ຕາມ ຈົນເຮັດໃຫ້ລົດຈັກລົ້ມຈາກ ນັ້ນທ້າວ ວົງປະດິດໄດ້ ໃຊ້ ປືນດັດແປງທີ່ຕິດຕົວຍິງໃສ່ ລົດຂອງ ນາຍບ້ານ 2 ນັດ ແລະ ລູກປືນໄດ້ຖືກບ່າ ນາຍບ້ານໄດ້ຮັບບາດ ເຈັບ, ຈາກນັ້ນໄດ້ຫລົບໜີໄປລີ້ ຊ້ອນຕົວຢູ່ຖຽງນາເຂດ ເມືອງສີໂຄດຕະບອງ ແລະ ຕໍ່ມາເຈົ້າໜ້າທີ່ກໍສາມາດ ນໍາຈັບຕົວມາດຳເນີນຄະ ດີຕາມກົດໝາຍ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ວົງປະດິດ ເຄີຍຖືກ ນຳຕົວເຂົ້າສູນບຳບັດຜູ້ຕິດຢາເສບຕິດມາແລ້ວ 2 ຄັ້ງ ໃນປີ 2015 ແລະ 2016 ແລະ ພາຍຫລັງອອກມາກໍ ໄປຫາກໍ່ຄວາມບໍ່ສະຫງົບ ເຮັດໃຫ້ສັງຄົມເດືອດ ຮ້ອນ, ຈຶ່ງຖືກເອົາຕົວມາດໍາ ເນີນຄະດີຕາມລະບຽບ ກົດໝາຍ.