HUAWEI ກຽມເປີດຕົວ nova3e ໂທລະສັບກ້ອງໜ້າ 24 ລ້ານພິກເຊລ ໃນລາຄາປະຢັດກວ່າ
May 4, 2018 - 10:29 AM
HUAWEI ເປີດເຜີຍຂໍ້ມູນໂທລະສັບຮຸ່ນຫລ້າສຸດ “HUAWEI nova3e” ໂທລະສັບເພື່ອການຖ່າຍຮູບເຊລຟີງາມໆຢ່າງເປັນທໍາມະຊາດ ດ້ວຍກ້ອງໜ້າທີ່ມີຄວາມລະອຽດເຖິງ 24 ລ້ານພິກເຊລ ໂດຍມາພ້ອມກ້ອງຄູ່ຂະໜາດ 16 ລ້ານພິກເຊລ ແລະ 2 ລ້ານພິກເຊລ ເພື່ອເພີ່ມລູກຫຼິ້ນສໍາລັບການຖ່າຍຮູບໜ້າຊັດຫຼັງເບີ ແລະ ຍັງເຕັມອີ່ມດ້ວຍສະເປັກການໃຊ້ງານທີ່ຈັດເຕັມເໜືອໃຜ ພ້ອມເປີດຕົວຢ່າງເປັນທາງການໃນວັນທີ 10 ພຶດສະພານີ້.
ສະຫຼຸບຈຸດເດັ່ນຂອງ “HUAWEI nova3e”
- ເຊລຟີງາມເປັນທໍາມະຊາດ ເຖິງວ່າໃນບ່ອນແສງໜ້ອຍ ກ້ອງໜ້າ 24 MP
- ຖ່າຍຮູບໜ້າຊັດຫຼັງເບີໄດ້ງ່າຍໆ ກ້ອງຫຼັງຄູ່ 16 MP+2MP
- ໃຊ້ງານໄດ້ຫຼ່ຽນໄຫຼດ້ວຍ ‘RAM 4 GB’ ພ້ອມເກັບທຸກຂໍ້ມູນໄດ້ຫຼາຍຂຶ້ນດ້ວຍ ‘ROM 128 GB’
- ຊາກໄຟວ່ອງໄວ ແລະ ປອດໄພ ‘Quick Charge 2.0’
- ເຊື່ອມຕໍ່ສະດວກ ແລະ ເພີ່ມຄວາມໄວໃນການໂອນໄຟລ໌ດ້ວຍ ‘USB Type C’
- HUAWEI nova3e ມາພ້ອມກັບດີໄຊນ໌ທີ່ໂດດເດັ່ນເປັນເອກະລັກດ້ວຍໜ້າຈໍ HUAWEI FullView
- Display ຂະໜາດ 5.84 ແລະ ວັດສະດຸໂຕເຄື່ອງເຮັດຈາກໂລຫະ ແລະ ແວ່ນທີ່ຫຼູຫຼາທັນສະໄໝ