ຈີນສະໜັບສະໜູນຢຸດຕິສົງຄາມ ເກົາຫລີຢ່າງເປັນທາງການ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດຈີນອອກຖະແຫລງການໃນວັນທີ 3 ພຶດສະພາ ກ່ຽວກັບກໍລະນີທີ່ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ເຂົ້າພົບທ່ານ ກິມ ຈ໋ອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ຢູ່ນະຄອນຫລວງພຽງຢາງວ່າ: ທ່ານ ຫວັງ ອີ້ ຍ້ອງຍໍຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນລະຫວ່າງລັດຖະບານພຽງຢາງກັບລັດຖະບານເຊອຸນ ໃນການຢຸດຕິສົງຄາມເກົາຫລີ “ຢ່າງເປັນທາງການ”.
#Chinese FM Wang Yi meets Kim Jong Un in #Pyongyang https://t.co/LjIfvSLXIZ pic.twitter.com/qYngBjYnVh
— CGTN (@CGTNOfficial) May 3, 2018
ຂະນະດຽວກັນ, ທ່ານ ຫວັງ ອີ້ ຍັງກ່າວສະໜັບສະໜູນແຜນຍຸດທະສາດປະຕິຮູບເສດຖະກິດຂອງລັດຖະບານພຽງຢາງຊຸດປັດຈຸບັນ ແລະ ສະໜັບສະໜູນນະໂຍບາຍຂອງ ສປປ ເກົາຫລີ ໃນການແກ້ໄຂຄວາມກັງວົນຂອງທຸກຝ່າຍ “ຢ່າງຍຸຕິທຳ” ເພື່ອນຳໄປສູ່ການປອດນິວເຄຼຍຢູ່ແຫລມເກົາຫລີ, ສ່ວນທ່ານ ກິມ ຈ໋ອງອຸນ ໄດ້ໃຫ້ຄຳຢືນຢັນກັບທ່ານ ຫວັງ ອີ້ ໃນເລື່ອງນີ້ ແລະ ສະແດງຄວາມມຸ່ງໝັ້ນຍົກລະດັບການຮ່ວມມືກັບລັດຖະບານປັກກິ່ງໃນທຸກດ້ານນຳອີກ.
ສຳລັບການຢ້ຽມຢາມນະຄອນຫລວງພຽງຢາງຂອງທ່ານ ຫວັງ ອີ້ ເຊິ່ງຖືເປັນເທື່ອທຳອິດໃນຮອບ 11 ປີ ຂອງຜູ້ດຳລົງຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດຈີນ ນັບແຕ່ທ່ານ ຢາງ ເຈຍສື ໃນປີ 2007 ເກີດຂຶ້ນພຽງອາທິດດຽວ ຫລັງທ່ານ ກິມ ຈ໋ອງອຸນ ສ້າງປະຫວັດສາດເປັນຜູ້ນຳສູງສຸດທ່ານທຳອິດຂອງ ສປປ ເກົາຫລີ ທີ່ຢ້ຽມຢາມ ສ.ເກົາຫລີ ເພື່ອພົບປະຫາລືກັບປະທານາທິບໍດີ ມຸນ ແຈອິນ ຢູ່ເຂດປອດທະຫານເບື້ອງ ສ.ເກົາຫລີ ໃນວັນທີ 27 ເມສາຜ່ານມາ ແລະ ຜູ້ນຳຂອງ ສປປ ເກົາຫລີ ຍັງມີກຳນົດກຽມປະຊຸມຮ່ວມກັບປະທານາທິບໍດີ ໂດນັນ ທຣຳ ຜູ້ນຳອາເມລິກາ ທີ່ຫລາຍຝ່າຍຄາດວ່າຈະເກີດຂຶ້ນໃນຕົ້ນເດືອນມິຖຸນານີ້.