ມົນລະພິດທາງອາກາດເຮັດໃຫ້ ຊາວໂລກເສຍຊີວິດ 7 ລ້ານຄົນຕໍ່ປີ
ອົງການອະນາໄມໂລກ ກ່າວໃນວັນທີ 2 ພຶດສະພານີ້ວ່າ: ເຖິງວ່າບັນດາປະເທດໄດ້ມີ ຄວາມພະຍາຍາມໃນການແກ້ ໄຂບັນຫາມົນລະພິດຫຼາຍກວ່າ ເກົ່າ ແຕ່ໃນຈຳນວນປະຊາກອນ ໂລກ 9 ໃນ 10 ຄົນຍັງໄດ້ອາໄສ ຢູ່ໃຕ້ສະພາບແວດລ້ອມທີ່ມີມົນລະພິດທາງອາກາດຂັ້ນຮ້າຍ ແຮງ, ຄາດວ່າແຕ່ລະປີມີຜູ້ເສຍຊີ ວິດເຖິງ 7 ລ້ານຄົນ ຍ້ອນຫາຍ ໃຈເອົາມົນລະພິດຈົນກໍ່ໃຫ້ເກີດບັນຫາທາງສຸຂະພາບຕ່າງໆ.
ຕົວເລກຂໍ້ມູນສະແດງໃຫ້ ເຫັນວ່າ: ຫຼາຍກວ່າ 90% ຂອງ ຜູ້ເສຍຊີວິດຍ້ອນມົນລະພິດທາງອາກາດແມ່ນເກີດຂຶ້ນຢູ່ປະເທດທີ່ມີລາຍຮັບຕ່ຳ, ຕົ້ນຕໍແຈກຢາຍ ຢູ່ອາຊີ ແລະ ອາຟຣິກາ. ເຂດທີ່ ມີມົນລະພິດສະພາບແວດລ້ອມແລະ ອາກາດໜັກໜ່ວງທີ່ສຸດ ແມ່ນຢູ່ເຂດເມດີເຕຣາແນຕາເວັນ ອອກ ແລະ ອາຊີຕາເວັນອອກ ສຽງໃຕ້, ຖັດມາແມ່ນຕົວເມືອງ ທີ່ມີລາຍຮັບລະດັບກາງ ແລະ ຕ່ຳ ຂອງອາຊີ ແລະ ປາຊີຟິກຕາເວັນ ຕົກ. ເວົ້າໂດຍລວມແລ້ວ, ສະ ພາບອາກາດເປັນພິດຢູ່ປະເທດທີ່ມີລາຍຮັບສູງຢູ່ໃນລະດັບຕ່ຳສຸດ ໂດຍສະເພາະແມ່ນທະວີບເອີຣົບ, ທະວີບອາເມລິກາ ແລະ ເຂດປາ ຊີຟິກຕາເວັນຕົກ.