ສື່ເຜີຍ ແມນຢູ ບັນລຸຂໍ້ຕົກລົງຄວ້າ ຊາວິຊ ຮ່ວມທີມ
ແມນເຊັສເຕີ ຢູໄນເຕັດ ຕົກເປັນຂ່າວບັນລຸຂໍ້ຕົກລົງເລື່ອງຊື້ຕົວ ເຊີເກ ມິລິນໂຄວິຊ ຊາວິຊ ມິດຟິລ ລາຊິໂອ ໃນລາຄາສູງເຖິງ 80 ລ້ານປອນ ແລ້ວ ແລະ ນັກເຕະຊາວເຊິບຈະກາຍເປັນນັກເຕະທີ່ມີຄ່າຕົວແພງທີ່ສຸດເປັນອັນດັບ 2 ໃນເວທີ ພຣີເມຍລີກ ທັນທີ.
ເດິ ຊັນ ສື່ຊື່ດັງຂອງອັງກິດ ລາຍງານວ່າ: ແມນເຊັສເຕີ ຢູໄນເຕັດ ຍອດສະໂມສອນແຫ່ງ ພຣີເມຍລີກ ອັງກິດ ສາມາດບັນລຸຂໍ້ຕົກລົງເລື່ອງຊື້ຕົວ ເຊີເກ ມິລິນໂຄວິຊ ຊາວິຊ ກອງກາງ ລາຊິໂອ ດ້ວຍຄ່າຕົວມະຫາສານເຖິງ 80 ລ້ານປອນແລ້ວ.
ມິດຟິລຊາວເຊິບ ອາຍຸ 23 ປີ ຈະກາຍເປັນນັກເຕະທີ່ມີຄ່າຕົວແພງທີ່ສຸດໃນປະຫວັດສາດ ພຣີເມຍລີກ ເປັນອັນດັບ 2 ຮອງຈາກ ປອລ ປ໊ອກບາ ດາວເຕະຊາວຝຣັ່ງ ທັນທີ ຖ້າຍ້າຍມາຫລິ້ນໃນຖິ່ນ ໂອລ ແທຣ໊ຟຟອດ ດ້ວຍຄ່າຕົວດັ່ງກ່າວແທ້.
ເດິ ຊັນ ຍັງອ້າງອີກວ່າ: ແມນເຊັສເຕີ ຢູໄນເຕັດ ຕ້ອງຊື້ນັກເຕະຄົນໃໝ່ມາທົດແທນ ໄມເຄິລ ຄາຣິກ ຫ້ອງເຄື່ອງຊາວອັງກິດ ທີ່ຈະເລີກຫລິ້ນບານເຕະອາຊີບຫລັງຈົບລະດູການນີ້ ແລະ ມາຣູຍານ ເຟລໄລນີ ກອງກາງຊາວແບນຊິກ ທີ່ກຽມຍ້າຍອອກຈາກຕົ້ນສັງກັດແບບບໍ່ມີຄ່າຕົວ.