ເຈົ້າໜ້າທີ່ເລັ່ງສະຫລຸບຄະດີຜົວຂ້າເມຍຢູ່ບ້ານນາແຄເພື່ອສັ່ງຟ້ອງສານຕັດສິນລົງໂທດ
ເມື່ອກາງເດືອນເມສາ 2018 ນີ້, ໄດ້ເກີດເຫດການເສົ້າຜົວຄາດຕະກໍາເມຍຢູ່ບ້ານນາແຄເມືອງໄຊທານີນະຄອນຫລວງວຽງຈັນ ແລະ ໃນຕົ້ນເດືອນພຶດສະພານີ້, ເຈົ້າໜ້າທີ່ໄດ້ນໍາຕົວທ້າວ ຄຳສອນ (ປິກ) ອາຍຸ 50 ປີຜູ້ເປັນຜົວມາທໍາແຜນທົດສະກໍາ ເພື່ອປະກອບສຳນວນຄະດີສົ່ງໃຫ້ໄອຍະການປະຊາຊົນສັ່ງຟ້ອງສານລົງໂທດຕາມລະບຽບກົດໝາຍ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວ ຄຳສອນ ສາລະພາບວ່າ: ຕົນໄດ້ແຕ່ງງານກັບນາງ ສຸດໃຈ (ຜູ້ເສຍຊີວິດ) ໄດ້ເກືອບ 30 ປີ ແລະ ມີລູກນໍາກັນ 2 ຄົນ ແລະ ໃນໄລຍະ 4-5 ປີຫລັງມານີ້, ແມ່ນມັກມີການຜິດຖຽງ ແລະ ທຳຮ້າຍຮ່າງກາຍກັນເປັນປະຈໍາຍ້ອນບັນຫາພາຍໃນຄອບຄົວ. ມາຮອດວັນທີ 20 ເມສາ 2018 ເວລາປະມານ 14:00 ໂມງຕົນໄດ້ຂໍເງິນນໍາເມຍເພື່ອໄປຫລີ້ນກິລາໝາກບູນນໍາໝູ່, ແຕ່ເມຍບໍ່ໃຫ້ຈຶ່ງໄດ້ຜິດຖຽງກັນ ແລະ ເກີດອາລົມໂມໂຫຮຸນແຮງ ຈຶ່ງໃຊ້ກຳປັ້ນຕີເມຍຫລາຍບາດ, ພ້ອມທັງໃຊ້ໄມ້ຄ້ອນຕີຫົວຊໍ້າຕື່ມຫລາຍບາດຈົນເມຍໝົດສະຕິແລ້ວ, ຈຶ່ງໄດ້ອອກຈາກເຮືອນຂັບລົດຈັກເອົາໄມ້ຄ້ອນໄປຖິ້ມລົງຄອງນ້ຳເພື່ອທໍາລາຍຫລັກຖານ. ຈາກນັ້ນກໍຂີ່ລົດໄປຫລີ້ນໝາກບູນຢູ່ຫ້ອງການບ້ານນາແຄ, ສ່ວນເມຍແມ່ນມີຄົນມາພົບເຫັນແລ້ວໄດ້ນໍາສົ່ງໂຮງໝໍ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ ແລະ ສ່ວນຕົນພາຍຫລັງມີຄົນໂທບອກວ່າເມຍໄດ້ເສຍຊີວິດກໍໄດ້ກັບມາເຮືອນ, ຈາກນັ້ນກໍມີເຈົ້າໜ້າທີ່ລົງມາເກັບກຳຂໍ້ມູນຫລັກຖານ ແລະ ຮູ້ວ່າແມ່ນຜົວເປັນຜູ້ລົງມືກໍ່ເຫດຈຶ່ງໄດ້ກັກຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.