ອາການຜິດປົກກະຕິທີ່ເກີດຈາກພິດຢາຫລຸດຄວາມຕຸ້ຍ
ຫາກທ່ານກຳລັງກິນຢາຫລຸດຄວາມຕຸ້ຍຢູ່ ບໍ່ວ່າຈະແມ່ນຍີ່ຫໍ້ໃດ ລອງມາກວດເບິ່ງອາການຜິດປົກກະຕິຂອງຮ່າງກາຍທີ່ອາດເກີດຈາກຢາຫລຸດຄວາມຕຸ້ຍອັນຕະລາຍ ຮູ້ໃຫ້ທັນກ່ອນຈະສາຍເກີນໄປ.
ຫາກກິນຢຫລຸດຄວາມຕຸ້ຍ ຫລື ອາຫານເສີມທີ່ມີສ່ວນປະສົມຂອງສານໄຊບູທຣາມີນ (ຢາທີ່ຖືກຜະລິດຂຶ້ນມາເພື່ອປິ່ນປົວຄົນປ່ວຍພະຍາດຕຸ້ຍ ຫລື ຜູ້ທ່ີມີນຳ້ໜັກເກີນ ເຊິ່ງບໍ່ມີປະຫວັດພະຍາດຫົວໃຈ ແລະ ຫລອດເລືອດ ແລະ ບໍ່ສາມາດຫລຸດນຳ້ໜັກດ້ວຍອາຫານ ແລະ ການອອກກຳລັງກາຍໄດ້ ໂດຍຈະບໍ່ອອກລິດຕໍ່ປະສາດພາກສ່ວນກາງ ເຮັດໃຫ້ຜູ້ປ່ວຍບໍ່ຮູ້ສຶກຫິວ ແລະ ຊ່ວຍໃຫ້ຮູ້ສຶກອີ່ມໄວຂຶ້ນ ແຕ່ກໍພົບວ່າກໍ່ໃຫ້ເກີດຜົນຂ້າງຄຽງອັນຕະລາຍໄດ້ ເຊັ່ນ : ເຮັດໃຫ້ເກີດຄວາມດັນເລືອດສູງ ແລະ ຫົວໃຈເຕັ້ນໄວ ເຖິງຈະບໍ່ຫລາຍ ແຕ່ກໍມີຜົນໃຫ້ຜູ້ປ່ວຍປະມານ 5% ຈຳເປັນຕ້ອງຢຸດຢາ) ເຊິ່ງອັນຕະລາຍຫລາຍ ຫລື ໜ້ອຍກໍຂຶ້ນຢູ່ກັບປະລິມານໄຊບູທຣາມີນທີ່ໄດ້ຮັບ ແລະ ຂຶ້ນຢູ່ກັບຮ່າງກາຍຂອງແຕ່ລະບຸກຄົນ ແຕ່ເຮົາກໍສາມາດກວດສັນຍານຜິດປົກກະຕິທີ່ອາດບໍ່ປອດໄພຕໍ່ຊີວິດ ແລະ ຮ່າງກາຍ ຫລັງຈາກກິນຢາຫລຸດຄວາມຕຸ້ຍໄດ້ຈາກອາການດັ່ງຕໍ່ໄປນີ້ :
- ປາກແຫ້ງ, ຄໍແຫ້ງ, ດື່ມນຳ້ກໍບໍ່ເຊົາ.
- ກິນອາຫານບໍ່ແຊບ, ລີ້ນບໍ່ຮັບລົດຊາດ ຫລື ລີ້ນຮັບລົດຊາດແປກໆໄປ.
- ວິນຫົວ, ມຶນຫົວຄ້າຍຄືຄົນເມົາ.
- ເຈັບຫົວ.
- ຮູ້ສຶກປວດຮາກຫລາຍຈົນເຖິງຂັ້ນຮາກອອກມາ.
- ຖ່າຍຍາກ, ລະບົບຂັບຖ່າຍຜິດປົກກະຕິ.
- ນອນບໍ່ຫລັບ ແລະ ບໍ່ສະບາຍໂຕ.
- ໃຈສັ່ນ, ຫົວໃຈເຕັ້ນໄວຜິດ ປົກກະຕິ.
- ປວດເມື່ອຍກ້າມຊີ້ນ ໂດຍສະເພາະແຂນ, ຂາ ແລະ ຂໍ້.
ອາການເບື້ອງຕົ້ນກໍເປັນອາການທີ່ສາມາດກວດໄດ້ງ່າຍໆ ວ່າໂຕເອງມີຄວາມຜິດປົກກະຕິຈາກຮ່າງກາຍໄດ້ຮັບສານໄຊບູທຣາມີນທີ່ປົນມາກັບອາຫານເສີມຫລຸດນຳ້ໜັກ ຫລື ຢາຫລຸດຄວາມຕຸ້ຍຫລືບໍ່, ແຕ່ນອກຈາກນີ້ ຍ້ອນວ່າໄຊບູທຣາມີນອອກລິດຕໍ່ລະບົບປະສາດພາກສ່ວນກາງ ຈະປຽບດັ່ງຢາເສບຕິດຊະນິດໜຶ່ງ ເຊິ່ງຫາກກິນຕິດຕໍ່ກັນເປັນເວລາດົນອາດມີ ອາການປະສາດຫລອນ, ກະວົນກະວາຍ ແລະ ອາດມີຄວາມຜິດປົກກະຕິຕໍ່ລະບົບການໄຫລວຽນເລືອດ ແລະ ຫລອດເລືອດ ສົ່ງຜົນໃຫ້ຊ໊ອກໝົດສະຕິ ແລະ ເສຍຊີວິດໃນທີ່ສຸດ.
ດັ່ງນັ້ນ, ຫາກຢາກຈະຫລຸດນຳ້ໜັກແບບປອດໄພ ແນະນຳໃຫ້ຄຸມອາຫານ ແລະ ອອກກຳລັງກາຍຄຽງຄູ່ກັນໄປຢ່າງສະໝໍ່າສະເໝີຈະດີກ່ວາ, ຫລຸດຄວາມຕຸ້ຍດ້ວຍໂຕເອງອາດຕ້ອງໃຊ້ເວລາແດ່ ແຕ່ຢ່າງໜ້ອຍກໍບໍ່ສ່ຽງເສຍຊີວິດ ແລະ ສ່ຽງຕໍ່ສຸຂະພາບແນ່ນອນ.