ອິດສະລາແອນເດີນໜ້າບີບອາເມລິກາ ຖອນຕົວຈາກຂໍ້ຕົກລົງນິວເຄຼຍອີຣານ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ເບນຈາມິນ ເນຕັນຢາຮູ ກ່າວໃນວັນທີ 6 ພຶດສະພາວ່າ: ຂໍ້ຕົກລົງນິວເຄຼຍອີຣານ ສະບັບປີ 2014 ເປັນການຮ່ວມມືລະຫວ່າງປະເທດທີ່ອ່ອນແອ ແລະ ໄຮ້ປະສິດທິພາບ, ເຖິງວ່າຜູ້ນຳອິດສະລາແອນບໍ່ໄດ້ກ່າວໂດຍກົງວ່າອີຣານລະເມີດຂໍ້ຕົກລົງ, ແຕ່ກ່າວວ່າເນື້ອໃນຂອງຂໍ້ຕົກລົງເຕັມໄປດ້ວຍຊ່ອງຫວ່າງ ເປີດໂອກາດໃຫ້ລັດຖະບານເຕຮາຣານຍັງເດີນໜ້າພັດທະນາອາວຸດນິວເຄຼຍໄດ້ ທຸກຝ່າຍທີ່ກ່ຽວຂ້ອງກັບຂໍ້ຕົກລົງສະບັບນີ້ຄວນຮ່ວມກັນແກ້ໄຂ ຫລື ຍົກເລີກການຮ່ວມມືນີ້, ແຕ່ຍັງເນັ້ນວ່າ ອິດສະລາແອນບໍ່ຕ້ອງການເຮັດສົງຄາມກັບອີຣານ.
Watch: Prime Minister Benjamin Netanyahu's remarks at the start of the weekly Cabinet meeting this morning (English captions available):https://t.co/Lb2R1gvg9Ghttps://t.co/LmH7608g2E
— PM of Israel (@IsraeliPM) May 6, 2018
ທັງນີ້, ທ່ານ ເນຕັນຢາຮູ ຖະແຫລງໃນອາທິດຜ່ານມາ ພ້ອມຫລັກຖານເປັນເອກະສານຫລາຍກວ່າ 100.000 ໜ້າວ່າ: ອີຣານລັກລອບພັດທະນາໂຄງການນິວເຄຼຍອາໝັດ ທີ່ເຄີຍຢຸດໄປໃນປີ 2003 ແລະ ຍັງເດີນໜ້າເພີ່ມສະມັດຖະພາບຢູເຣນຽມ ເຖິງວ່າມີການລົງນາມຂໍ້ຕົກລົງນິວເຄຼຍ ທີ່ເປັນການຮ່ວມມືລະຫວ່າງອີຣານກັບກຸ່ມພີ 5+1 ເຊິ່ງເປັນການລວມຕົວລະຫວ່າງສະມາຊິກຖາວອນທັງ 5 ປະເທດຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ແລະ ເພີ່ມເຢຍລະມັນເຂົ້າມາ ໂດຍໄລຍະເວລານັ້ນເປັນຍຸກລັດຖະບານອາເມລິກາຂອງປະທານາທິບໍດີ ບາຣັກ ໂອບາມາ.
ໃນວັນດຽວກັນ, ປະທານາທິບໍດີ ຮັສຊັນ ໂຣຮານີ ຜູ້ນຳອີຣານ ກ່າວວ່າ: ທ່ານໄດ້ສັ່ງໃຫ້ອົງການດ້ານພະລັງງານນິວເຄຼຍ ແລະ ໜ່ວຍງານອື່ນທີ່ກ່ຽວຂ້ອງ ໃນການຜະເຊີນ ແລະ ຮັບມືກັບການຮຸກຮານຈາກອາເມລິກາ ຫລັງຜ່ານພົ້ນວັນທີ 12 ພຶດສະພາ ເຊິ່ງເປັນເສັ້ນຕາຍສະເພາະໃນສ່ວນຂອງອາເມລິກາ ທີ່ປະທານາທິບໍດີ ໂດນັນ ທຣຳ ຕ້ອງຕັດສິນໃຈຈະລົງນາມຮັບຮອງ ຫລື ປະຕິເສດວ່າລັດຖະບານເຕຮາຣານຍັງປະຕິບັດຕາມເງື່ອນໄຂຂອງຂໍ້ຕົກລົງ ຫລື ບໍ່, ພ້ອມທັງເຕືອນວ່າ: ການຖອນຕົວອອກຈາກຂໍ້ຕົກລົງຈະສ້າງຄວາມເສຍໃຈໃຫ້ແກ່ອາເມລິກາໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ອິດສະລາແອນຈະໄດ້ຮູ້ເຖິງຄວາມເປັນເອກະພາບຂອງອີຣານໃນເລື່ອງນີ້.