ສື່ເຜີຍສິງກະໂປຈະເປັນເຈົ້າພາບຈັດ ເຈລະຈາຜູ້ນຳອາເມລິກາພົບ ສປປ ເກົາຫລີ
ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຈາກລາຍງານຂອງໜັງສືພິມ “ໂຊຊອນ” ສະບັບວັນທີ 7 ພຶດສະພາວ່າ: ມີຄວາມເປັນໄປໄດ້ສູງທີ່ສິງກະໂປຈະເປັນສະຖານທີ່ຈັດກອງປະຊຸມລະຫວ່າງປະທານາທິບໍດີ ໂດນັນ ທຣຳ ກັບທ່ານ ກິມ ຈ໋ອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ໂດຍກຳນົດການອາດຈະເກີດຂຶ້ນໃນກາງເດືອນມິຖຸນານີ້ ຫລື ຫລັງປະທານາທິບໍດີ ມຸນ ແຈອິນ ຜູ້ນຳ ສ.ເກົາຫລີ ຢ້ຽມຢາມນະຄອນຫລວງວໍຊິງຕັນ ໃນທ້າຍເດືອນນີ້.
Singapore likely to host Trump-Kim summit in June: report.
Trump says US-North Korea have settled on a date and location for the summit, but gives no detailshttps://t.co/8ykst2Iabf pic.twitter.com/fhffU1SRWq— AFP news agency (@AFP) May 7, 2018
ລາຍງານດັ່ງກ່າວຂອງໂຊຊອນສອດຄ່ອງກັບລາຍງານຂອງສຳນັກຂ່າວຢອນຮັບ ໃນທ້າຍອາທິດຜ່ານມາວ່າ: ມີຄວາມເປັນໄປໄດ້ສູງທີ່ຜູ້ນຳອາເມລິກາ ແລະ ຜູ້ນຳສູງສຸດຂອງ ສ.ເກົາຫລີ ຈະເດີນທາງໄປພົບກັນຢູ່ສິງກະໂປ ເຊິ່ງຈະຖືເປັນກອງປະຊຸມຮ່ວມກັນຢ່າງເປັນທາງການເທື່ອທຳອິດ ລະຫວ່າງຜູ້ນຳຂອງທັງສອງປະເທດ ນັບແຕ່ປີ 1953. ເຖິງຢ່າງໃດກໍຕາມ ສື່ຫລາຍແຫ່ງຂອງ ສ.ເກົາຫລີ ຍັງລາຍງານເຖິງສະຖານທີ່ເປັນໄປໄດ້ແຫ່ງອື່ນ ໂດຍສະເພາະສະວິດ, ອິນໂດເນເຊຍ ແລະ ໄທ.
ຂະນະທີ່ລັດຖະບານເຊອຸນ ແລະ ລັດຖະບານພຽງຢາງ ຍັງຄົງຮັກສາທ່າທີກ່ຽວກັບລາຍງານນີ້ຂອງໂຊຊອນ, ແຕ່ກະຊວງການຕ່າງປະເທດ ສປປ ເກົາຫລີ ອອກຖະແຫລງການໃນວັນທີ 6 ພຶດສະພາ ມີເນື້ອໃນສຳຄັນວ່າ: ຂະບວນການປອດນິວເຄຼຍຂອງ ສປປ ເກົາຫລີ ເປັນເລື່ອງພາຍໃນ ລະຫວ່າງລັດຖະບານພຽງຢາງກັບລັດຖະບານເຊອຸນ ບໍ່ກ່ຽວກັບອາເມລິກາ ເຊິ່ງຍັງພະຍາຍາມດຳເນີນການບາງຢ່າງ ເພາະບໍ່ຕ້ອງການໃຫ້ບັນຍາກາດເຄັ່ງຕຶງຢູ່ແຫລມເກົາຫລີດີຂຶ້ນ.