ທົ່ວປະເທດເກັບກ່ຽວເຂົ້ານາແຊງບັນລຸໄດ້ແລ້ວ 85%

ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ຊາວກະສິກອນໃນຂອບເຂດທົ່ວປະເທດ ສາມາດເກັບກ່ຽວມ້ຽນມັດຜົນຜະລິດເຂົ້ານາແຊງສໍາເລັດແລ້ວ 76.459 ເຮັກຕາ ເທົ່າກັບ85% ຂອງເນື້ອທີ່ເກັບກ່ຽວຕົວຈິງ 90.000 ເຮັກຕາ ແລະ ຄາດວ່າໃນທ້າຍເດືອນ ພຶດສະພານີ້ ຈະເກັບກ່ຽມໃຫ້ສໍາເລັດ. ສ່ວນການສົ່ງອອກຜະລິດຕະພັນກະສິກໍາໃນເດືອນໜຶ່ງຜ່ານມາບັນລຸໄດ້ຫຼາຍກວ່າ 35 ພັນໂຕນ, ລວມມີມູນຄ່າ 11 ລ້ານກວ່າໂດລາສະຫະລັດ, ຫຼາຍກວ່າໝູ່ແມ່ນ ກາເຟ, ໝາກກ້ວຍ ແລະ ມັນຕົ້ນ.
ຂ່າວໃຫ້ຮູ້ອີກວ່າ: ໃນອາທິດຜ່ານມານີ້ ເຈົ້າໜ້າທີ່ປ່າໄມ້ສາມາດຢຶດໄມ້ ທີ່ຜິດລະບຽບກົດໝາຍ ຢູ່ບາງແຂວງ ແລະ ນະຄອນຫຼວງໄດ້ຫຼາຍກວ່າ 64 ແມັດກ້ອນ ລວມມີໄມ້ຍາງ, ໄດ້ດູ່, ໄມ້ແຕ້, ໄມ້ປະດົງ ແລະ ກັກລົດຕູ້ແກ່ໄມ້ໄດ້ 1 ຄັນ, ລົດຮິເບໂຮ 2 ຄັນ ປັດຈຸບັນແມ່ນກໍາລັງດໍາເນີນຄະດີຕາມລະບຽບກົດໝາຍດັ່ງກ່າວຢູ່. ນອກນີ້ຍັງ ສາມາດຢຶດສັດປ່າປະເພດຫວງຫ້າມ ໜັກ 132 ກິໂລກຣາມ ສ່ວນຜູ້ກໍາທໍາຜິດໄດ້ກ່າວເຕືອນສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍ.