ທ່ານ ທຣຳ ບໍ່ໄປຮ່ວມພິທີເປີດສະຖານທູດ ອາເມລິກາປະຈຳນະຄອນຫລວງເຢລູຊາເລມ


ສຳນັກຂ່າວຕ່າງປະເທດລາຍງານວ່າ: ທຳນຽບຂາວອອກຖະແຫລງການໃນວັນທີ 7 ພຶດສະພາ ເປີດເຜີຍລາຍຊື່ຄະນະຜູ້ແທນຂອງລັດຖະບານວໍຊິງຕັນ ເຂົ້າຮ່ວມພິທີເປີດສະຖານເອກອັກຄະລັດຖະທູດອາເມລິກາປະຈຳນະຄອນຫລວງເຢລູຊາເລມ ໃນວັນທີ 14 ພຶດສະພານີ້ ນຳໂດຍທ່ານ ຈອນ ຊັລລິແວນ ລັດຖະມົນຕີກະຊວງການຕ່າງປະເທດ.


ການເປີດເຜີຍລາຍຊື່ດັ່ງກ່າວຢືນຢັນວ່າ: ປະທານາທິບໍດີ ໂດນັນ ທຣຳ ຈະບໍ່ເຂົ້າຮ່ວມພິທີດ້ວຍຕົນເອງ, ເຖິງວ່າກ່ອນໜ້ານີ້ ຜູ້ນຳອາເມລິກາເຄີຍສະແດງຄວາມສົນໃຈວ່າຕ້ອງການໄປຮ່ວມພິທີ, ຫລັງປະກາດຮັບຮອງພື້ນທີ່ທັງໝົດຂອງນະຄອນຫລວງເຢລູຊາເລມໃຫ້ເປັນເມືອງຫລວງຂອງອິດສະລາແອນ ໃນເດືອນທັນວາປີຜ່ານມາ ຈຸດກະແສຕໍ່ຕ້ານອາເມລິກາ ແລະ ອິດສະລາແອນເປັນວົງກວ້າງ. ຂະນະທີ່ມີຢ່າງໜ້ອຍ 2 ປະເທດປະກາດເດີນຕາມຮອຍລັດຖະບານວໍຊິງຕັນ ໂດຍການຍ້າຍສະຖານເອກອັກຄະລັດຖະທູດອອກຈາກນະຄອນຫລວງເທລອາວີຟ ຄືກົວເຕມາລາ ແລະ ປາຣາກວາຍ ເຊິ່ງຫລາຍຝ່າຍເຊື່ອວ່າການບໍ່ໄປຮ່ວມພິທີຂອງທ່ານ ທຣຳ ອາດຈະເພື່ອບໍ່ໃຫ້ສະຖານະການເຄັ່ງຕຶງຫລາຍໄປກວ່າທີ່ເປັນຢູ່.
ໃນເວລາດຽວກັນ, ເຈົ້າໜ້າທີ່ເທສະບານນະຄອນຫລວງເຢລູຊາເລມເລີ່ມປ່ຽນປ້າຍບອກທາງຕາມຖະໜົນເສັ້ນສຳຄັນທີ່ຜ່ານສະຖານກົງສຸນໃຫຍ່ອາເມລິກາ ເຊິ່ງຈະຍົກລະດັບເປັນສະຖານເອກອັກຄະລັດຖະທູດໃນອາທິດໜ້າ, ສ່ວນທ່ານ ເນຍ ບາຣກັດ ເຈົ້າຄອງນະຄອນຫລວງເຢລູຊາເລມ ກ່າວວ່າ: ຊາວອິດສະລາແອນມີຄວາມພາກພູມໃຈຢ່າງຍິ່ງ ຕໍ່ການປ່ຽນແປງທີ່ກຳລັງຈະເກີດຂຶ້ນ.