ຊີດານ ຢືນຢັນ ໂຣນັລໂດ ພ້ອມລົງຊີງ ຢູຟາ
ຊີເນດິນ ຊີດານ ຜູ້ຈັດການທີມ ຣີລ ມາດຣິດ ອອກມາຢືນຢັນວ່າ: ຄຣິສເຕຍໂນ ໂຣນັລໂດ ດາວເຕະຂອງທີມ ບໍ່ໄດ້ຮັບບາດເຈັບຮຸນແຮງ ໂດຍລະບຸວ່າລາວຕ້ອງປ່ຽນຕົວດາວເຕະທີມຊາດໂປຣຕຸເກສອອກໃນການແຂ່ງຂັນທີ່ ຣີລ ມາດຣິດ ບຸກສະເໝີ ບາເຊໂລນາ 2-2 ໃນວັນອາທິດຜ່ານມານັ້ນ ເປັນເພາະຕ້ອງການປ້ອງກັນໄວ້ກ່ອນ ເນື່ອງຈາກ ໂຣນັລໂດ ມີອາການບາດເຈັບເລັກໜ້ອຍ, ແຕ່ຍັງຢືນຢັນວ່າດາວເຕະອາຍຸ 33 ປີ ຈະພ້ອມລົງຊ່ວຍທີມໃນ ຢູຟາ ແຊມປ້ຽນລີກ ຮອບຊີງຊະນະເລີດ ກັບ ລິເວີພູລ ຢູ່ນະຄອນຫລວງຄຽບ ປະເທດຢູເຄນ ໃນວັນທີ 26 ພຶດສະພານີ້ ໄດ້ຢ່າງແນ່ນອນ.
ຫລ້າສຸດຜົນສະແກນອອກມາແລ້ວ ປາກົດວ່າ ດາວເຕະໂປຣຕຸເກສ ພຽງແຕ່ຂໍ້ຕີນພິກ ຄາດວ່າ 2 ນັດສຸດທ້າຍໃນເກມລາລີກາ ສະເປນ ທີ່ຈະພົບກັບ ເຊບີຢາ ແລະ ເຊລຕ້າ ບີໂກ້, ໂຣນັລໂດ ໝົດສິດລົງຊ່ວຍທີມ ແຕ່ເກມສຳຄັນໃນຮອບຊີງຈະນະເລີດ ຢູຟາ ແຊມປ້ຽນລີກ, ໂຣນັລໂດ ຈະຟິດເຕັມຮ້ອຍກັບມາລົງສະໜາມໄດ້ຢ່າງແນ່ນອນ.
ເຫດການດັ່ງກ່າວຖືເປັນຂ່າວບໍ່ຄ່ອຍດີສຳລັບແຟນບານ ຣີລ ມາດຣິດ ເພາະຖ້າ ໂຣນັລໂດ ບໍ່ເຕັມຮ້ອຍ ອາດມີຜົນຕໍ່ທີມໄດ້ເຊັ່ນກັນ ເພາະ ລິເວີພູ ຄົບທີມແນ່ນອນ ຫລັງນັດທີ່ເສຍໃຫ້ ເຊລຊີ 0-1 ໃນລີກແລ້ວ ກໍພັກນັກເຕະໄວ້ສຳລັບງານນີ້ໂດຍສະເພາະ. ເຖິງຢ່າງໃດກໍຕາມ ການທີ່ ຊີດານ ອອກມາຢືນຢັນແລ້ວ ກໍເຮັດໃຫ້ແຟນບານ ຣີລ ມາດຣິດ ໂລ່ງໃຈ.