ກະຊວງແຜນການ ແລະ ການລົງທຶນແລກປ່ຽນບົດຮຽນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ
ໃນວັນທີ 8 ພຶດສະພານີ້, ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ ແລະ ຄຳຮ້ອງຄຳສະເໜີຂອງກະຊວງແຜນການ ແລະ ການລົງທຶນຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳລຽນ ພົນເສນາ ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ມີບັນດາພະນັກງານຫລັກແຫລ່ງ ກົມກວດກາທົ່ວກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.
ທ່ານ ຄຳລຽນ ພົນເສນາ ກ່າວວ່າ: ພັກ-ລັດ ຍາມໃດກໍຖືເອົາການຕ້ານການສໍ້ລາດບັງຫລວງເປັນໜ້າທີ່ສຳຄັນ, ຮີບດ່ວນ ແລະ ຍາວນານ ຕະຫລອດໄລຍະແຫ່ງການພັດທະນາເສດຖະກິດສັງຄົມ ແລະ ການກໍ່ສ້າງລັດຄອງປ້ອງດ້ວຍກົດໝາຍ, ການຕ້ານການສໍ້ລາດບັງຫລວງ ເປັນບັນຫາລວມຂອງສາກົນ ແລະ ພາກພື້ນ, ທັງເປັນປັດໄຈສຳຄັນ ເພື່ອໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມຍຸຕິທຳ ປະຊາຊົນມີຄວາມເຊື່ອໝັ້ນຕໍ່ພັກ-ລັດ ແລະ ຕໍ່ລະບອບປະຊາທິປະໄຕ ປະຊາຊົນ. ການຕ້ານການສໍ້ລາດບັງຫລວງ ແມ່ນຄວາມຮັບຜິດຊອບຂອງການຈັດຕັ້ງທຸກຂັ້ນ ໃນລະບົບການເມືອງ, ການຈັດຕັ້ງສັງຄົມ, ການຈັດຕັ້ງຂອງບັນດາລັດວິສາຫະກິດ, ຜູ້ປະກອບການ ແລະ ພົນລະເມືອງພາຍໃຕ້ການນຳພາຂອງພັກ, ເປັນຄວາມຮັບຜິດຊອບໂດຍກົງຂອງການນຳທຸກຂັ້ນ, ໂດຍສະເພາະແມ່ນ ຜູ້ເປັນຫົວໜ້າແຕ່ລະບ່ອນຕ້ອງເປັນເຈົ້າການສະກັດກັ້ນເດັດຂາດໃນການແກ້ໄຂ ຢ່າງທັນການ. ໃນນັ້ນຖືເອົາການສະກັດກັ້ນແຕ່ຫົວທີເປັນຕົ້ນຕໍ ແລະ ເປັນບັນຫາທີ່ຕ້ອງປະຕິບັດຢ່າງເຂັ້ມງວດ, ຕິດພັນກັບການປະຕິບັດນະໂຍບາຍການປະຢັດ ແລະ ຕ້ານການຟຸມເຟືອຍ.
ທ່ານ ຄຳລຽນ ພົນເສນາ ເນັ້ນຕື່ມວ່າ: ໃຫ້ພະນັກງານທຸກຂັ້ນ ຍົກສູງຄຸນນະພາບຂອງວຽກງານຕ້ານການສໍ້ລາດບັງຫລວງ ແລະ ຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ໃຫ້ດີກວ່າເກົ່າ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່ ແລະ ເປັນການຊຸກຍູ້ການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫລວງ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ຕາມແນວທາງນະໂຍບາຍຂອງພັກ ແລະ ສອດຄ່ອງກັບກົດໝາຍຂອງລັດ ເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມໂປ່ງໃສ ແລະ ສາມາດກວດກາໄດ້.