ເມືອງປາກແຊງເປີດຂະບວນການປູກພືດອາຫານສັດຢູ່ບ້ານພູໜໍ່ຫວານ
ເພື່ອແນ່ໃສ່ສົ່ງເສີມ ການ ປູກຫຍ້າອາຫານສັດໃຫ້ ແກ່ກະສິກອນ, ໃນວັນທີ 4 ພຶດສະພານີ້, ຫ້ອງການກະສິ ກຳ ແລະ ປ່າໄມ້ເມືອງ ປາກ ແຊງ ແຂວງຫລວງພະບາງ ໄດ້ຈັດພິທີປູກພືດອາຫານ ສັດຂຶ້ນທີ່ ບ້ານ ພູໜໍ່ຫວານ, ກຸ່ມ ພັດທະນາຫາດຮວາຍ, ໂດຍມີ ທ່ານ ເຈົ້າເມືອງ ປາກ ແຊງ ແລະ ຜູ້ຕາງໜ້າຂະ ແໜງການອ້ອມຂ້າງ, ພ້ອມ ດ້ວຍ ແລະ ປະຊາຊົນກຸ່ມ ປູກຫຍ້າພາຍໃນກຸ່ມຫາດ ຮວາຍ, ສົບແຈກ ແລະ ບ້ານ ພູໜໍ່ຫວານ ເຂົ້າຮ່ວມ. ເປັນຈຳນວນຫລາຍເພື່ອ ແນໃສ່ຊຸກຍູ້ຂະບວນການ ດັ່ງກ່າວ.
+ ເມືອງປາກແຊງກຽມຈັດກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2018
+ ການປູກພືດລະດູແລ້ງປີນີ້ລື່ນແຜນການ
ຫົວໜ້າຫ້ອງການກະສິ ກຳ ແລະ ປ່າໄມ້ເມືອງໃຫ້ຮູ້ ວ່າ: ໃນປີຜ່ານມາມີ 2 ບ້ານ 152 ຄອບຄົວໄດ້ສຸມໃສ່ການ ປູກຫຍ້າອາຫານສັດ, ມີ ເນື້ອທີປະມານ 467 ເຮັກຕ່າ, ຕາມທິດຫັນປ່ຽນຮູບແບບ ການຜະລິດທຳມະຊາດກ້າວ ໄປສູ່ການຜະລິດ ເປັນສິນຄ້າ, ເຊິ່ງມາຮອດປັດຈຸບັນ ທົ່ວ ເມືອງ ມີເນື້ອທີ່ປູກຫຍ້າ 1.756 ກ່ວາເຮັກຕ່າ, ເຊິ່ງ ອົງການ ປົກຄອງ ເມືອງ, ຖື ເປັນ ໂຄງການບຸລິມະສິດ ແລະ ຮອງລົງມາແມ່ນການ ປູກພືດຜັກຕາມລ້ອງນ້ຳເພື່ອ ເປັນສີນຄ້າ. ໄດ້ເປັນ ຂະບວນ ກວ້າງຂວາງ ເຊິ່ງແນວພັນ ຫຍ້າທີ່ນຳມາປູກຄັ້ງນີ້ປະ ກອບມີແນວພັນຫຍ້າລູຊີ ມູລາໂຕ, ຖົ່ວສະໄຕໂລ 1 ກິໂລ ແລະ ປຼາປາລອມພື້ນ ທີ່ເຄີ່ງເຮັກຕ່າ, ເຊິ່ງຂະ ບວນການ ດັ່ງກ່າວ ໄດ້ປະ ຕິບັດມາເປັນ ປີທີ່ 4 ແລ້ວ ໂດຍກໍານົດ ເອົາວັນທີ່ 5 ພຶດສະພາຂອງທຸກປີເປັນ ວັນປູດພືດອາຫານສັດ ຂອງເມືອງ./.