ວິທະຍາໄລແສງສະຫວັນຈະເປີດສອນຫລັກສູດປະລິນຍາຕີມາດຕະຖານສາກົນຮ່ວມກັບ FPT ສສ ຫວຽດນາມ
ພິທີລົງນາມສັນຍາ ຮ່ວມມືລະຫວ່າງກຸ່ມການ ສຶກສາ ແສງສະຫວັນ ກໍ່ຄື ວິທະຍາໄລແສງສະຫວັນ ແລະ ມະຫາວິທະຍາໄລ ເອຟພີທີ (FPT) ສສ ຫວຽດນາມ ເພື່ອເປີດສອນ ຫຼັກສູດດ້ານໄອທີ ແລະ ດ້ານ ອີເລີນນິງລະດັບປະລິນຍາຕີ ມາດຕະຖານສາກົນ ໄດ້ມີ ຂຶ້ນໃນວັນທີ 8 ພຶດສະພານີ້, ໂດຍມີ ທ່ານ ກອງສີ ແສງ ມະນີ ຮອງລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ, ທ່ານປະທານກຸ່ມ ການສຶກສາແສງສະຫວັນ ແລະ ອະທິການບໍດີມະຫາ ວິທະຍາໄລ ເອຟພີທີ ສສ ຫວຽດນາມ, ພ້ອມດ້ວຍຄະ ນະອໍານວຍການ, ຄູອາຈານ ແລະ ນັກຮຽນ- ນັກສຶກສາ ມະຫາວິທະຍາໄລດັ່ງກ່າວ ເຂົ້າຮ່ວມນໍາ.
+ ກະຊວງສຶກສາກຽມຕ້ອນຮັບເຈົ້າຊາຍແຫ່ງລິກເຕນສະໄຕ
+ ສຄສ ເຝິກອົບຮົມການຂຶ້ນແຜນຄົ້ນຄວ້າ ແລະ ສ້າງຫລັກສູດສິດສອນ
ອໍານວຍການ ວິທະ ຍາໄລ ແສງສະຫວັນ ໃຫ້ຮູ້ ວ່າ: ການຮ່ວມມືດັ່ງກ່າວ, ເພື່ອຍົກສູງລະດັບຄວາມສາມາດ ແລະ ຄຸນນະພາບການ ສອນຫຼັກສູດປະລິນຍາຕີ ມາດຕະຖານສາກົນ. ເຊິ່ງຈະ ເລີ່ມເປີດສອນໃນເດືອນ ສິງ ຫານີ້, ໂດຍຈະມີ 2 ຫຼັກສູດຄື: ຫຼັກສູດດ້ານໄອທີ ແລະ ອີ ເລີນນິງ, ເຊິ່ງຈະຊ່ວຍ ໃຫ້ນັກ ຮຽນ-ນັກສຶກສາຂອງລາວ ທີ່ຈະໄດ້ເຂົ້າຮຽນຫຼັກສູດສາກົນຢູ່ໃນປະເທດເຮົາ ແລະ ເປັນອີກບາດກ້າວໜຶ່ງ ທີ່ ການສຶກສາພາກເອກະຊົນ ລາວ ຈະກ້າວໄປຫາລະດັບ ສາກົນ.