ປາຣີ ແຊງແຊກແມງ ສ້າງປະຫວັດສາດໃຫມ່ ຄອງແຊ້ມ ເຟັນຄັບ 4 ສະໄຫມຊ້ອນ
ວັນທີ 8 ພຶດສະພາ ບານເຕະ ເຟັນຄັບ ຫລື ຄຸບເດີຟຣ໋ອງ (Coupe de France) ຂອງຝຣັ່ງ ຮອບຊິງຊະນະເລີດ ລະດູການ 2017-18 ທີ່ສະຫນາມກິລາແຫ່ງຊາດຝຣັ່ງ ຫລື Stade de France ໃນນະຄອນຫລວງປາຣີ, ແຊ້ມເກົ່າ ປາຣີ ແຊງແຊກແມງ (Paris Saint-Germain) ຊະນະ ເລັສ ແຊບີເຢ້ (Les Herbiers VF) ທີມຈາກລີກອັນດັບ 3 ຂອງປະເທດ ທີ່ເຂົ້າຊີງລາຍການນີ້ຄັ້ງທຳອິດ 2-0 ຈາກປະຕູຂອງ ໂຈວານີ ໂລ ເຊວໂຊ້ (Giovani lo Celso) ນາທີ 26 ແລະ ການຍິງຈຸດໂທດຂອງ ເອດີສັນ ຄາວານີ (Edinson Cavani) ນາທີ 74.
ປາຣີ ແຊງແຊກແມງ ສ້າງປະຫວັດສາດໃຫມ່ຄອງແຊ້ມ ເຟັນຄັບ 4 ສະໄຫມຊ້ອນ ເປັນທີມທຳອິດທີ່ເຮັດໄດ້ ທຳລາຍສະຖິຕິຂອງ ລິລ (Lille) ໃນປີ 1946-1948 ແລະ ເຣດສະຕາຣ (Red Star) ປີ 1921-1923. ປາຣີ ແຊງແຊກແມງ ຄອງແຊ້ມລາຍການນີ້ສູງສຸດເປັນສະໄຫມທີ 12.
ພິເສດການມອບຂັນແຊ້ມຄັ້ງນີ້ ເຕຍໂກ້ ຊິນວາ (Thiago Silva) ຫົວຫນ້າທີມຂອງ
ປາຣີ ແຊງແຊກແມງ ໄດ້ເຊີນ ເຊບາສຕຽນ ໂຟຄົງ (Sebastien Flochon) ຫົວຫນ້າທີມຂອງທີມຮອງແຊ້ມ ມາຮ່ວມຍໍຂັນສະຫລອງແຊ້ມ ພ້ອມກັບ ເນມ້າ ກອງຫນ້າຄ່າຕົວແພງສຸດໃນໂລກ ມາຮ່ວມສະຫລອງແຊ້ມ. ຄາດວ່າກ່ອນ ບານໂລກ 2018 ຈະເຊົາເຈັບມາຊ່ວຍທີມຊາດເບຣຊິນ.