ສະຫະພັນມວຍໂລກຈັດ ແຂ່ງຂັນຕີມວຍ 3 ປະເພດ
ທ່ານ ສາຍສະໜອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດລາວ, ປະທານສະຫະພັນມວຍອາຊີຕາເວັນອອກສຽງໃຕ້, ປະທານສະຫະພັນມວຍໂລກ ຫຼັງຈາກສໍາເລັດບັ້ນເລື້ອກຕັ້ງ ປະທານສະຫະພັນຄົນໃໜ່ ກໍໄດ້ຈັດແມ໊ດແຂ່ງຂັນຂຶ້ນໃນລາຍການ world muay Shampionship ໂດຍມີ 15 ປະເທດເຂົ້າຮວ່ມແຂ່ງຂັນ, ມີ 3 ປະເພດຄື: MMA, K1, MUAY.
ສະເພາະລາຍການແຂ່ງຂັນນີ້ຄັ້ງຕໍ່ໄປຈະໄປຈັດທີ່ປະເທດລູມານີ ໃນທ້າຍປີ 2018 ຄັ້ງນີ້ອາດຈະມີນັກມວຍລາວເຂົ້າຮ່ວມກໍເປັນໄດ້ ແລະ ລາຍການດັ່ງກ່າວອາດຈະມາຈັດຢູ່ ສປປ ລາວ ກໍເປັນໄດ້ເຊັ່ນດຽວກັນ.
ເປັນສ່ວນຮ່ວມໜຶ່ງໃນການໂຄສະນາ ແລະ ຊຸກຍູ້ວົງການກິລາລາວກ້າວສູ່ເວທີມວຍອາຊິບ.
ສະຫະພັນມວຍໂລກ ຫລື World Muay Federation ປັດຈຸບັນມີສະມາຊິກທັງຫມົດ 50 ປະເທດຄື: ອາກເມນີ, ອາເຊີໄບຈັນ, ເລບານອນ, ເອຢິບ, ອາຟຣິກາໃຕ້, ຊິມບັບເວ, ການາ, ອານເຊຣີ, ແອັສປາຍ, ອັງໂກລາ, ຟິລິບປິນ, ສາທາລະນະລັດເກົາຫລີ, ສປ ຈີນ, ອິນເດຍ, ຄາຊັກສະຖານ, ສີລັງກາ, ຄູເວດ, ເຢຍລະມັນ, ຮົງກາຣີ, ຣັດເຊຍ, ອູເກຣນ, ປາກິດສະຖານ, ອັຟການິດສະຖານ, ສະຫະລັດອາເມຣິກາ, ອີຣານ, ອົດສະຕຣາລີ, ເມົາຣິຕີອຸສ, ຝຣັ່ງ, ອີຕາລີ, ບຸນກາຣີ, ນອກແວ, ໂຮນລັງ, ໄຕ້ຫວັນ, ຮົງກົງ, ອາຣູບາ, ສະຫະຣາຊອານາຈັກ, ໂປໂລຍ, ເອກົວດໍ, ເບລາຣຸສ, ເກຣັກ, ອິດສະຣາແອນ, ມາເລເຊຍ, ໄຊປຣັສ, ມອນໂດວາ, ຣູມານີ, ເນປານ, ອານບານີ, ສປປ ລາວ, ໄທ ແລະ ມາເຊໂດນີ.