ເຢຍລະມັນຊ່ວຍເຫຼືອລາວ 6,8 ລ້ານເອີໂຣພັດທະນາອາຊີວະສຶກສາ
ລັດຖະບານເຢຍລະມັນໃຫ້ການຊ່ວຍເຫຼືອລ້າແກ່ລັດຖະບານແຫ່ງສປປ ລາວ ໂດຍຜ່ານທະນາຄານສິນເຊື່ອເພື່ອການພັດທະນາເຢຍລະມັນ ໃຫ້ ສປປ ລາວ 6,8 ລ້ານເອີໂຣ ເຂົ້າໃນໂຄງການທຶນສະໜັບສະໜູນການພັດທະນາອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ.
ພິທີເຊັນສັນຍາດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 08 ພຶດສະພານີ້ ທີ່ກະຊວງການເງິນ ລະຫວ່າງ ທ່ານ ລໍເຣນ ແກັດສະເນີ ຜູ້ອໍານວຍການທະນາຄານພັດທະນາເຢຍລະມັນ (KfW) ປະຈໍາສປປ ລາວ ແລະ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແຊນ ປີເຕີ ລຸກເຕິນເຮິມ ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ ເງິນເຂົ້າຮ່ວມນຳດ້ວຍ.
ການຊ່ວຍເຫຼືອລ້າຂອງລັດຖະບານເຢຍລະມັນໃນໂຄງການທຶນສະໜັບສະໜູນການພັດທະນາອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ແມ່ນເພື່ອພັດທະນາວຽກງານອາຊີວະສຶກສາ ໃນ ສປປ ລາວ ໃຫ້ແທດເໝາະສອດຄ່ອງກັບການຂະຫຍາຍຕົວ ແລະ ຄວາມຕ້ອງການຂອງຕະຫລາດແຮງານ ແລະ ຊ່ວຍໃນການປັບປຸງ, ປະຕິຮູບລະບົບການສຶກສາແຫ່ງຊາດ ແລະ ການຮ່ວມມືພາກລັດ ແລະ ເອກະຊົນ ໃນການພັດທະນາວຽກງານອາຊີວະສຶກສາໃນ ສປປ ລາວ ເພື່ອແນໃສ່ສ້າງຄົນໃຫ້ມີຄວາມຫລາກຫລາຍທາງດ້ານລະດັບຄວາມຮູ້, ຄວາມສາມາດ ແລະ ຫຼາຍສາຂາວິຊາຊີບ, ສ້າງໃຫ້ໄດ້ຜູ້ຊ່ຽວຊານສະເພາະດ້ານ ເພື່ອໃຫ້ສາມາດປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ. ຄຽງຄູ່ກັນນັ້ນ, ຕ້ອງສຸມໃສ່ພັດທະນາ ແລະ ຄຸ້ມຄອງສູນບໍລິການເຕັກນິກ ເພື່ອສ້າງນັກຊ່ຽວຊານໃນແຕ່ລະອາຊີບ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງການພັດທະນາຂອງປະເທດໃນແຕ່ລະໄລຍະ ໂດຍສະເພາະການກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ, ການສ້າງແຮງງານທີ່ມີຄຸນນະພາບ ຍັງເປັນສິ່ງທ້າທາຍສໍາລັບລັດຖະບານ ສປປ ລາວ ດັ່ງນັ້ນ ການຊ່ວຍເຫຼືອຈາກ ລັດຖະບານ ສ. ເຢຍລະມັນຄັ້ງນີ້ຈຶ່ງມີຄວາມສຳຄັນຍິ່ງໃນ ການພັດທະນາ 3 ປີ ພະຍາກອນມະນຸດໃນລາວມີຄຸນນະພາບ.