ກອງທັບ ຊະນະ ປກສ ເອັຟຊີ 3-2
ສະໂມສອນ ກອງທັບ ເອັຟຊີ ລົງສະໜາມສາມາດເອົາຊະນະສະໂມສອນ ປກສ ເອັຟຊີ 3-2 ໃນວັນທີ 9 ພຶດສະພານີ້ ທີ່ສະໜາມກິລາຫລັກ 16 ຂອງການແຂ່ງຂັນບານເຕະ ເປບຊີ ລາວພຣີເມຍລີກ 2018 ນັດຕົກຄ້າງ.
ການແຂ່ງຂັນໄດ້ດໍາເນີນຂຶ້ນດ້ວຍບັນຍາກາດຄຶກຄື້ນ ເຊິ່ງທັງສອງຝ່າຍຕ່າງກໍຢາກເອົາຊະນະເພື່ອເກັບຄະແນນຫຍັບຂຶ້ນສູ່ອັນດັບທີ່ດີຂອງຕາຕະລາງຄະແນນ ຈົນໃນທີ່ສຸດສະໂມສອນ ກອງທັບ ເອັຟຊີ ເປັນຝ່າຍທີ່ຫລິ້ນດີຫລາຍກວ່າສະໂມສອນ ປກສ ເອັຟຊີ ຈາກລູກຍິງຂອງທ້າວ ພິທັກ ກອງມາທິລາດ ຍິງໄດ້ 2 ປະຕູ, ສ່ວນອີກປະຕູແມ່ນໄດ້ຈາກທ້າວ ສຸກສະຫວັນ ໄຊຍະລິນ. ຂະນະທີ່ ສະໂມສອນ ປກສ ເອັຟຊີ ໄດ້ 2 ປະຕູຈາກທ້າວ ຈິ່ວ ນົນມະນີ ແລະ ທ້າວ ຕີ່ນີ່ ບຸນມະໄລ ຈົບເກມ ສະໂມສອນ ກອງທັບ ເອັຟຊີ ສາມາດເອົາຊະນະສະໂມສອນ ປກສ ເອັຟຊີ 3-2.
ສະໂມສອນ ກອງທັບ ເອັຟຊີ ຖືກຈັດຢູ່ອັນດັບທີ 4 ຂອງຕາຕະລາງຄະແນນ ຈາກການລົງສະ ໜາມ 7 ຄັ້ງ ຊະນະ 1 ຄັ້ງ ສະເໝີ 4 ຄັ້ງ ເສຍ 2 ຄັ້ງ ລວມມີ 7 ຄະແນນ; ສ່ວນສະໂມສອນ ປກສ ເອັຟຊີ ຖືກຈັດຢູ່ອັນດັບທີ 5 ຂອງຕາຕະລາງຄະແນນ ຈາກການລົງສະໜາມ 4 ຄັ້ງ ຊະນະ 2 ຄັ້ງ ເສຍ 2 ຄັ້ງ ລວມມີ 6 ຄະແນນ.