ນາດາລ ເອົາຊະນະ ມົງຟິລ ຜ່ານເຂົ້າຮອບ 3 ເທັນນິສມາດຣິດ ໂອເພັນ
May 10, 2018 - 4:58 PM
ຜົນເທັນນິສ ເອທີພີ ເວິລ ທົວ ມາສເຕີ 1000 ລາຍການ ມູຕົວ ມາດຣິດ ໂອເພັນ ຢູ່ນະຄອນຫລວງມາດຣິດ ປະເທດສະເປນ ໃນປະເພດຊາຍດ່ຽວຮອບ 32 ຄົນສຸດທ້າຍ.
ຣາຟາເອລ ນາດາລ ຍອດນັກເທັນນິສມື 1 ລາຍການ ໄລ່ຕ້ອນ ກາແອລ ມົງຟິລ ຈາກຝຣັ່ງໄປ 2 ເຊັດ 6-3, 6-1 ຜ່ານເຂົ້າຮອບ 16 ຄົນສຸດທ້າຍໄປພົບກັບ ດິເອໂກ ຊາວາມັນ ມື 13 ຈາກອາເຈນຕິນາ.
ໃນປະເພດຍິງດ່ຽວ ມາເຣຍ ຊາຣາໂປວາ ຈາກຣັດເຊຍ ຊະນະ ຄຣິສຕິນາ ມາລາເດໂນວິຊ ຈາກຝຣັ່ງ 2-0 ເຊັດ 6-3, 6-4 ຜ່ານເຂົ້າຮອບຕໍ່ໄປໄດ້ເຊັ່ນກັນ.