ສະຖິຕິໂລກ ! ຣີລ ມາດຣິດ ພ້ອມຈັດໜັກດຶງ ເນມາ ຮ່ວມທີມ
ຣີລ ມາດຣິດ ພ້ອມຍື່ນຂໍ້ສະເໜີເປັນສະຖິຕິໂລກ ຈຳນວນ 260 ລ້ານເອີໂຣ ຫວັງໃຫ້ ປາຣີສ ແຊງແຊກແມງ ຍອມຂາຍ ເນມາ ດາວເຕະຊາວເບຣຊິນ ມາຮ່ວມຖິ່ນຊານຕິອາໂກ້ ຊ່ວງໜ້າຮ້ອນນີ້ ຫລັງ ຣີລ ມາດຣິດ ໄດ້ນັດເຈລະຈາແບບລັບໆກັບນັກເຕະໃນເດືອນມີນາຜ່ານມາ.
ສື່ຂອງສະເປນລາຍງານວ່າ: ຣີລ ມາດຣິດ ຍອດສະໂມສອນແຫ່ງ ລາລີກາ ສະເປນ ກຽມທຸ້ມເງິນເປັນສະຖິຕິໂລກ 260 ລ້ານເອີໂຣ ເພື່ອຫວັງດຶງ ເນມາ ກອງໜ້າຊູເປີສະຕາ ປາຣີສ ແຊງແຊກແມງ ມາຮ່ວມທີມໃນໜ້າຮ້ອນນີ້.
ລາຍງານລະບຸອີກວ່າ: ທີມຂອງ ຊີເນດິນ ຊີດານ ໄດ້ມີການນັດເຈລະຈາກັບຫົວຫອກທີມຊາດເບຣຊິນ ອາຍຸ 26 ປີ ແບບລັບໆໃນເລື່ອງດຶງກັບມາຫລິ້ນທີ່ສະເປນ ໃນເດືອນມີນາຜ່ານມາ.
ທັງນີ້ ເນມາ ຈະບໍ່ໄດ້ລົງຫລິ້ນໃຫ້ ເປແອສເຊ ອີກແລ້ວໃນລະດູການນີ້, ຂະນະທີ່ລາວພະຍາຍາມຟື້ນຕົວຈາກອາການບາດເຈັບກະດູກຕີນແຕກໃຫ້ເຊົາທັນກ່ອນບານໂລກ 2018 ຮອບສຸດທ້າຍ ທີ່ປະເທດຣັດເຊຍ ຈະເປີດຂຶ້ນໃນກາງເດືອນມິຖຸນານີ້.