ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ

- kitchen vibe - ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ

 

- 3th Meeting 300x200 - ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ          ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII, ໄດ້ໄຂຂຶ້ນໃນເຊົ້າວັນທີ 25 ເມສາ ເຖິງ 18 ພຶດສະພານີ້, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ມີທ່ານນາຍົກລັດຖະມົນຕີ, ອາດີດການນຳຂັ້ນສູງ ແລະ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດໄຂກອງປະຊຸມຢ່າງເປັນທາງການ ວ່າ: ກອງປະຊຸມເທື່ອນີ້, ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາສຳຄັນຂອງຊາດຄື: 1.) ຮັບຟັງການລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດສຸມໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການວຽກຈຸດສຸມໃນ 6 ເດືອນຕໍ່ໜ້າຂອງລັດຖະບານ; 2.) ຮັບຟັງລາຍງານກ່ຽວກັບການສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໝົດປີ 2016 ແລະ ການຜັນຂະຫຍາຍການຈັດຕັ້ງປະຕິບັດແຜນປີ 2017; 3.) ຮັບຟັງລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 3 ເດືອນຂ້າມຜ່ານທ້າຍປີ 2016, ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງຊາດ ງວດທີ1 ປີ 2017 ແລະ ຄາດຄະເນທິດທາງແຜນການ 9 ເດືອນປີ 2017, 4.) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບສະພາບ

ການຄຸ້ມຄອງລາຄາສິນຄ້າ, ທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ; 5.) ພິຈາລະນາ ແລະ ຮັບຮອງການເລືອກຕັ້ງປະທານອົງການກວດສອບແຫ່ງລັດ ແລະ ການຈັດຕັ້ງປະຕິບັດວຽກງານກວດສອບໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2017-2021); 6.) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການປະຕິ ບັດສິດສັ່ງຟ້ອງຄະດີອາຍາຂຶ້ນສານ ແລະ ການເຂົ້າຮ່ວມດຳເນີນຄະດີແພ່ງຢູ່ທີ່ປະຊຸມສານໃນໄລຍະຜ່ານມາ, ທິດທາງປັບປຸງ ແລະ ຍົກສູງຄຸນນະພາບກ່ຽວກັບວຽກງານດັ່ງກ່າວໃນຊຸມປີຕໍ່ໜ້າ; 7.) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການດຳເນີນຄະດີຢູ່ສານຂັ້ນຕົ້ນ ແລະ ສານຂັ້ນອຸທອນໄລຍະຜ່ານມາ, ທິດທາງປັບປຸງ ແລະ ຍົກສູງຄຸນນະພາບວຽກງານດັ່ງກ່າວໃນຊຸມປີຕໍ່ໜ້າ; 8.) ພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງຮອງປະທານກຳມາທິການກົດໝາຍຂອງສະພາແຫ່ງຊາດຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ; 9.) ພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການປະຕິບັດໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ລະຫວ່າງສອງກອງປະຊຸມສະພາແຫ່ງຊາດ ແລະ ທິດທາງວຽກງານ 9 ເດືອນປະຈຳປີ 2017 ໃນຕໍ່ໜ້າ; 10.) ພິຈາລະນາຮັບຮອງເອົາກົດໝາຍສ້າງໃໝ່, ກົດໝາຍສະບັບປັບປຸງ ແລະ ປະກອບຄຳເຫັນໃສ່ກົດໝາຍທາບທາມ ລວມມີ 14 ສະບັບ, ໃນນັ້ນ ມີກົດໝາຍສ້າງໃໝ່ 4 ສະບັບ, ກົດໝາຍປັບປຸງ ຈຳນວນ 9 ສະບັບ ແລະ ກົດໝາຍທາບທາມ 1 ສະບັບ.

- 3 - ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ
- 5 - ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ
- 4 - ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ