ເທສະການອາຫານສະໜອງຄັ້ງທີ 3 ໄດ້ຮັບຄວາມສົນໃຈຈາກມ່ວນຊົນເປັນຢ່າງດີ

- 6214 - ເທສະການອາຫານສະໜອງຄັ້ງທີ 3 ໄດ້ຮັບຄວາມສົນໃຈຈາກມ່ວນຊົນເປັນຢ່າງດີ
- kitchen vibe - ເທສະການອາຫານສະໜອງຄັ້ງທີ 3 ໄດ້ຮັບຄວາມສົນໃຈຈາກມ່ວນຊົນເປັນຢ່າງດີ

ງານເທສະການອາ ຫານສະໝອງ ຄັ້ງທີ 3 ພາຍ ໃຕ້ຫົວຂໍ້: “ການອ່ານ ແລະ ການນຳໃຊ້ພາສາລາວ” ໄດ້ ເປີດຂຶ້ນໃນວັນທີ 9-10 ພຶດ ສະພານີ້. ທີ່ມະຫາວິທະຍາ ໄລແຫ່ງຊາດ ໄດ້ຮັບຄວາມ ສົນ ໃຈຈາກມວນຊົນ, ໂດຍ ແມ່ນນັກຮຽນ-ນັກສຶກສາ ແລະ ໃນງານດັ່ງກ່າວຍັງ ມີ ຜູ້ວ່າການອະທິການບໍດີມະ ຫາວິທະຍາໄລແຫ່ງຊາດ ແລະ ປະທານສະມາຄົມນັກ ປະພັນລາວ, ຜູ້ຕ່າງໜ້າສະ ຖານທູດຕ່າງໆຂອງປະເທດສະມາຊິກອາຊຽນ ປະຈຳ ລາວ, ພ້ອມດ້ວຍບັນດານັກ ຂຽນ, ນັກປະພັນຂອງບັນ ດາປະເທດສະມາຄົມອາ ຊຽນ, ຫົວໜ້າສະຖາບັນ ຕ່າງໆອ້ອມຂ້າງ ແລະ ພະນັກງານຄູ-ອາຈານໃຫ້ ຄວາມສົນໃຈເຂົ້າຮ່ວມຢ່າງ ຫຼວງຫຼາຍ.

 

- Visit Laos Visit SALANA BOUTIQUE HOTEL - ເທສະການອາຫານສະໜອງຄັ້ງທີ 3 ໄດ້ຮັບຄວາມສົນໃຈຈາກມ່ວນຊົນເປັນຢ່າງດີ

- 9514 - ເທສະການອາຫານສະໜອງຄັ້ງທີ 3 ໄດ້ຮັບຄວາມສົນໃຈຈາກມ່ວນຊົນເປັນຢ່າງດີ

ງານເທສະການອາຫານສະໝອງຄັ້ງທີ 3 ຈະມີຂຶ້ນໃນອາທິດໜ້າ

ເທສະການອາຫານ ແລະ ສະໝຸນໄມໄທໄດ້ຮັບຄວາມສົນໃຈຈາກສັງຄົມ

ໃນງານເທສະການ ອາຫານດັ່ງກ່າວໄດ້ ມີບັນດາ ອົງການຈັດຕັ້ງມະຫາຊົນ, ບໍລິສັດ, ສໍານັກພິມ, ຫ້າງ ຮ້ານຈໍາໜ່າຍປື້ມຕ່າງໆ ເຂົ້າ ຮ່ວມວາງສະແດງຈໍານວນ 15 ຮ້ານ ແລະ ມີຫຼາກຫຼາຍ ກິດຈະກຳເຊັ່ນ: ການສະແດງ ສິລະປະ-ວັນນະຄະດີ, ການ ເສວະນາກ່ຽວກັບການພັດ ທະນາວິຊາການ ຫຼື ການ ອ່ານການຂຽນ, ໂດຍສະ ເພາະແມ່ນ ການບັນຍາຍ ກ່ຽວກັບການນຳໃຊ້ພາສາ ລາວ, ກິດຈະກໍາຖາມ-ຕອບ ວິທະຍາສາດ ເພື່ອຮັບຂອງ ລາງວັນຕ່າງໆ, ອັນໄດ້ສ້າງ ບັນຍາກາດຟົດຟື້ນໃຫ້ແກ່ຜູ້ ເຂົ້າຮ່ວມຊົມເປັນຢ່າງດີ.
ໃນໂອກາດນີ ້ທ່ານ ອາ ລຸນ ສີລັດຕະນະກຸນ ຄະນະ ບໍດີ ຄະນະອັກສອນສາດມະ ຫາວິທະຍາໄລແຫ່ງຊາດ ກ່າວວ່າ: ງານເທສະການ ອາຫານສະໝອງຄັ້ງນີ້ ຖືວ່າ ຍິ່ງໃຫຍ່ກວ່າປີຜ່ານມາ ໂດຍ ພວກເຮົາໄດ້ເນັ້ນການອ່ານ ແລະ ການນໍາໃຊ້ພາສາລາວ, ເພື່ອປຸກລະດົມໃຫ້ສັງຄົມ ຫັນມາຮັກການອ່ານ, ການ ຂຽນ. ພິເສດໃນງານ ປີນີ້ ບັນດານັກປະພັນ ລາວກໍໄດ້ ຈັດກອງປະຊຸມຮ່ວມກັບນັກ ປະພັນອາຊຽນ, ພ້ອມທັງ ນຳເອົາຜົນງານຂອງຕົນ ມາວາງສະແດງອັນໄດ້ເພີ່ມ ສີສັນຂອງງານພົ້ນເດັ່ນ ຂຶ້ນຕື່ມ./.

- 6214 - ເທສະການອາຫານສະໜອງຄັ້ງທີ 3 ໄດ້ຮັບຄວາມສົນໃຈຈາກມ່ວນຊົນເປັນຢ່າງດີ

- 5 - ເທສະການອາຫານສະໜອງຄັ້ງທີ 3 ໄດ້ຮັບຄວາມສົນໃຈຈາກມ່ວນຊົນເປັນຢ່າງດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!