ເຄັດລັບນວດໄລ່ລົມເວລາລູກທ້ອງອືດ
ເດັກນ້ອຍເກີດໃໝ່ຈະກິນນົມເທື່ອລະໜ້ອຍ ແຕ່ກິນຕະຫຼອດເກືອບ 24 ຊົ່ວໂມງ ຊຶ່ງສົ່ງຜົນໃຫ້ເຂົາຖ່າຍດຸເຊັ່ນກັນ ແລະ ເນື່ອງຈາກວ່າລະບົບຍ່ອຍອາຫານຂອງເດັກເກີດໃໝ່ຍັງບໍ່ພັດທະນາເຕັມທີ່ ລູກນ້ອຍຈຶ່ງມັກມີບັນຫາກ່ຽວກັບທ້ອງອືດ. ເມື່ອເກີດລົມໃນທ້ອງເດັກຈະເລີ່ມຮູ້ສຶກອຶດອັດ, ແໜ້ນທ້ອງ ອາການທີ່ເດັກມັກສະແດງອອກມາຄື ນອນບິດໂຕໄປມາ ຫຼື ງໍເຄົາຂຶ້ນ. ຖ້າມີສັນຍານແບບນີ້ແລ້ວ ພໍ່ແມ່ສາມາດຊ່ວຍນວດໄລ່ລົມໃຫ້ລູກໄດ້ງ່າຍດັ່ງນີ້:
ວິທີໄລ່ລົມໃນທ້ອງໃຫ້ເດັກ
- ໃຫ້ລູກນອນຂວ້ຳໜ້າເທິງຕັກແມ່ ລູບຫຼັງແບບວົນຂຶ້ນ ແລ້ວຕົບຄ່ອຍໆ ປະຕິບັດຄືເກົ່າປະມານ 2-3 ຮອບ
- ປ່ຽນທ່າລູກມາເປັນທ່ານອນຫງາຍ
- ນວດຄ່ອຍໆວົນຕາມເຂັມໂມງ ບໍລິເວນຮອບສະບືລູກ
ແຕ່ຖ້ານວດແລ້ວລົມບໍ່ອອກມາ ລອງເລືອກວິທີທີ່ເໝາະກັບລູກເຊັ່ນ
- ຈັບຂາລູກຂຶ້ນເຮັດທ່າປັ່ນລົດຖີບອາກາດ
- ພາໄປລົງແຊ່ນໍ້າອຸ່ນ
- ປຶກສາແພດໝໍວ່າຈະໃຫ້ລູກກິນຢາຫຼຸດແກັສໃນກະເພາະອາຫານແບບໃດໄດ້ແດ່