ກອງປະຊຸມສຸດຍອດ ອາເມລິກາ-ສປປ ເກົາຫລີ ຈະຈັດຂຶ້ນຢູ່ສິງກະໂປ 12 ມິຖຸນານີ້


ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມລິກາ ລະບຸວ່າ: ທ່ານຈະພົບກັບທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ຢູ່ສິງກະໂປ ໃນວັນທີ 12 ມິຖຸນານີ້ ແລະ ຫວັງວ່າການພົບປະຄັ້ງນີ້ສາມາດກາຍເປັນ “ການເວລາພິເສດ” ທີ່ຈະສົ່ງເສີມສັນຕິພາບຂອງໂລກ.
ການປະກາດຂອງທ່ານ ທຣຳ ເກີດຂຶ້ນບໍ່ເທົ່າໃດຊົ່ວໂມງ ຫລັງທ່ານຕ້ອນຮັບຊາວອາເມລິກາ 3 ຄົນທີ່ຖືກ ສປປ ເກົາຫລີ ຄຸມຂັງໄຂ້ກັບສູ່ບ້ານເກີດ ໂດຍການປ່ອຍຕົວຄັ້ງນີ້ເປັນຜົນຈາກການທີ່ທ່ານ ໄມ ປອມເປໂອ ລັດຖະມົນຕີຕ່າງປະເທດອາເມລິກາ ເດີນທາງໄປຫາລືລາຍລະອຽດເລື່ອງກອງປະຊຸມສຸດຍອດລະຫວ່າງຜູ້ນຳອາເມລິກາ ແລະ ຜູ້ນຳ ສປປ ເກົາຫລີ.
ສິງກະໂປເຄີຍຖືກໃຊ້ເປັນປະເທດໃນການພົບປະທາງການທູດລະດັບສູງມາກ່ອນໃນອະດີດ ເຊັ່ນການພົບປະລະຫວ່າງຜູ້ນຳຈີນ ແລະ ຜູ້ນຳໄຕ້ຫວັນ ໃນປີ 2015 ເຊິ່ງເປັນການພົບກັນເທື່ອທຳອິດໃນຮອບໄລຍະເວລາກວ່າ 60 ປີ.
ທັງນີ້, ກະຊວງການຕ່າງປະເທດສິງກະໂປ ໄດ້ອອກຖະແຫຼງການວ່າ: ປະເທດຕົນຍິນດີເປັນສະຖານທີ່ຈັດການພົບປະເຈລະຈາລະຫວ່າງທ່ານ ກິມ ຈ໋ອງອຸນ ຜູ້ນຳສູງສຸດ ສປປ ເກົາຫລີ ແລະ ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມລິກາ ໃນວັນທີ 12 ມິຖຸນານີ້.
ຖະແຫຼງການດັ່ງກ່າວໄດ້ລະບຸຕື່ມວ່າ: ຫວັງວ່າການພົບປະຄັ້ງນີ້ຈະສາມາດເສີມສ້າງອະນາຄົດສັນຕິພາບຂອງແຫລມເກົາຫລີ.